ສ່ວນປະສົມປະກອບມີດັ່ງລຸ່ມນີ້:
- ເຫັດປອດສານພິດປະເພດຕ່າງໆ ຕັດເປັນຕ່ອນຕາມຄວາມມັກຂອງທ່ານ 2 ຖ້ວຍ
- ຕົ້ນດອກຕາເວັນອ່ອນໆ 2 ຖ້ວຍ
- ໝາກອະງຸ່ນສີຂຽວ ຕັດເຄິ່ງ 1 ຖ້ວຍ
- ສະຫຼັດລວມ 2 ຖ້ວຍ
- ນໍ້າມັນໝາກກອກ, ວາຍຂາວ, ເກືອ ສຳລັບປີ້ງເຫັດ
ເຄື່ອງປະກອບປຸງສະຫຼັດ
- ໝາກເຜັດຂີ້ໜູສີຂຽວ 15 ໜ່ວຍ ຕຳໃຫ້ລະອຽດ
- ຮາກຜັກຊີຊອຍ 7 ຮາກ
- ຫົວຜັກທຽມ 15 ງີມ
- ເນີຍບົດລະອຽດ 2 ບ່ວງແກງ
- ນໍ້າມັນໝາກກອກ Extra Virgin 1/4 ຖ້ວຍ
- ນໍ້າຕານ 2 ບ່ວງກາເຟ
- ເກືອ 1/4 ບ່ວງກາເຟ
- ນໍ້າໝາກນາວ 3 ບ່ວງແກງ
ວິທີເຮັດ
- ວິທີເຮັດນໍ້າສະຫຼັດ ແມ່ນຕຳໝາກເຜັດ, ຮາກຜັກຊີ, ຜັກທຽມໃຫ້ລະອຽດ ໃສ່ເກືອ, ນໍ້າໝາກນາວ, ນໍ້າຕານ, ເນີຍແຂງ ແລະ ນ້ໍາມັນໝາກກອກໃຫ້ເຂົ້າກັນ.
- ເອົາເກືອ ແລະ ນໍ້າມັນໝາກກອກທາໃສ່ເຫັດ ແລ້ວເອົາໄປປີ້ງໃນເຕົາ ຫຼັງຈາກນັ້ນເອົາວາຍຂາວທາໃສ່ ລໍຖ້າຈົນກ່ວາເຫັດສຸກ ຕັກຂື້ນໃສ່ຈານ.
- ເອົາເຫັດປີ້ງ ຜັກດອກຕາເວັນອ່ອນໆ ຜັກຊະນິດຕ່າງໆ ແລະ ໝາກໄມ້ໃສ່ຈານ ແຕ່ງໃຫ້ງາມ ໂຮຍນໍ້າສະລັດທີ່ປຸງໄວ້ແລ້ວມາເສີບໄດ້ເລີຍ.