ມື້ນີ້ເຮົາຈະມາແນະນຳວິທີເຮັດກະເພາະປາ ງ່າຍໆ ແຊບໆ ມາເບີ່ງນຳກັນເລີຍ
ສ່ວນປະກອບ:
- ກະເພາະປາ 200 ກຼາມ
- ຊີ້ນໄກ່ 100 ກຼາມ
- ເຫັດຫອມສົດ 200 ກຼາມ (ຈະໃສ່ ຫຼື ບໍ່ໃສ່ກໍ່ໄດ້)
- ໜໍ່ໄມ້ສົດ 100 ກຼາມ
- ກະດູກໄກ່ 2 ອັນ
- ເລືອດໝູ ຫຼື ເລືອດໄກ່ 2 ຕ່ອນ (ໃສ່ຕາມໃຈທີ່ມັກ)
- ໄຂ່ນົກກະທາ 30 ໜ່ວຍ
- ຂີງຊອຍ 10 ປ່ຽງ
- ຮາກຜັກຊີ 6 ຮາກ
- ພິກໄທເມັດ 2 ບ່ວງ
- ຊ໊ອດຫອຍນາງລົມ 2 ບ່ວງກາເຟ
- ສະອິ້ວຂາວ 4 ບ່ວງ
- ເຫຼົ້າຈີນ 2 ບ່ວງ (ຈະໃສ່ ຫຼື ບໍ່ໃສ່ກໍ່ໄດ້)
- ນໍ້າຕານ 3 ບ່ວງກາເຟ
- ເກືອ 1 ບ່ວງກາເຟ
- ແປ້ງເຂົ້າຈ້າວແຊ່ໃນນໍ້າ 1 ຖ້ວຍ
- ພິກໄທປົ່ນ
- ຜັກຊີຊອຍເປັນຕ່ອນ
ວິທີເຮັດ:
- ແຊ່ກະເພາະປາໃຫ້ອ່ອນ ແລ້ວບີບນໍ້າອອກ ລ້າງໃຫ້ສະອາດ
- ຕົ້ມກະດູກໃຫ້ສຸກ
- ໃສ່ພິກໄທເມັດ ຮາກຜັກຊີ ຕົ້ມໃຫ້ຟົດຈົນມີກີ່ນຫອມ
- ກະດູກສຸກດີແລ້ວ ມາຕອງເອົາແຕ່ນໍ້າ
- ໃສ່ເຫັດຫອມ (ຖ້າມີ) ຊີ້ນໄກ່ ໜໍ່ໄມ້ ກະເພາະປາລົງໃນນໍ້າກະດູກ ໃສ່ຊ໊ອດ ໄຂ່ນົກກະທາ ຕ່ອນເລືອດ ແລ້ວຕົ້ມຈົນຟົດ
- ຫຼັງຈາກນັ້ນໃສ່ແປ້ງລົງໄປ
- ຕັກກະເພາະປາໃສ່ຖ້ວຍ ໂຮຍພິກໄທໃສ່ ແລະ ໃສ່ຜັກຊີທີ່ຊອຍໄວ້
ວິທີເຮັດກະເພາະປາຂ້າງເທີງ ທ່ານສາມາດທົດລອງເຮັດກິນເອງ ຫຼື ຂາຍກໍ່ໄດ້