ພິທີມອບ-ຮັບໜ້າທີ່ ເຈົ້າ ແຂວງຊຽງຂວາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີການນຳຂອງແຂວງ, ພະແນກການ, ອົງການ ແລະ ແຂກຈາກສູນກາງເຂົ້າຮ່ວມ.
ໃນພິທີຕາງໜ້າຫົວໜ້າ ກົມຄຸ້ມຄອງພະນັກງານ ໄດ້ຂຶ້ນ ຜ່ານມະຕິຕົກລົງ ສະບັບເລກທີ 01/ກມສພ ລົງວັນທີ 22 ມັງກອນ 2021 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຕົກລົງໃຫ້ສະຫາຍ ບຸນຕົ້ນ ຈັນທະພອນ ອະດີດເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ອອກພັກການ-ຮັບອຸດໜູນບຳນານ, ດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 634/ນຍ, ລົງວັນ ທີ 30 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງໆຊຽງຂວາງ ແຕ່ງຕັ້ງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເປັນເຈົ້າແຂວງໆຊຽງຂວາງ ໃນພິທີ ເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ລົງນາມມອບ-ຮັບໜ້າທີ່ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ພ້ອມດ້ວຍການນຳ-ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ ຈາກນັ້ນ ທ່ານປະທານສະພາແຫ່ງຊາດ ໄດ້ມີຄຳຄິດເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ກ່າວວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາແຂວງຊຽງຂວາງ ໂດຍສະເພາະແມ່ນ ພາຍໃຕ້ການນຳພາຂອງສະຫາຍ ບຸນຕົ້ນ ຈັນທະພອນ ໃນໄລຍະເກືອບ 3 ປີຜ່ານມາ, ສະຫາຍໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ ອົງຄະນະພັກແຂວງ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ໄດ້ຮັບຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວໃນຫຼາຍດ້ານ.
ສຳລັບສະຫາຍ ບຸນຈັນ ສີວົງພັນ ແມ່ນເປັນພະນັກງານຮຸ່ນສືບທອດປ່ຽນແທນ ຊຶ່ງໄດ້ຜ່ານ ການຝຶກຝົນຫຼໍ່ຫຼອມໃນວຽກງານຕົວຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ກໍໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ແທນກອງປະຊຸມໃຫຍ່ອົງຄະພັກແຂວງ ຄັ້ງທີ VIII ກໍຄືກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເລືອກໃຫ້ເປັນເລຂາພັກແຂວງ ແລະ ເປັນກຳມະການສູນກາງພັກ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ມີສະຫາຍພ້ອມກັບໝູ່ຄະນະນຳຮຸ່ນປັດຈຸບັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນດາສະຫາຍການນຳຮຸ່ນຜ່ານມາເພື່ອສືບຕໍ່ຊີ້ນຳ-ນຳພາ ແລະ ຍູ້ແຮງຂະບວນການປົກປັກຮັກສາ ແລະ ພັດທະນາຢູ່ພາຍໃນແຂວງໃຫ້ມີການຂະຫຍາຍຕົວຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ.
ນອກນີ້ສະຫາຍຍັງເນັ້ນໜັກໃຫ້ເອົາໃຈໃສ່ເສີມຂະຫຍາຍຄວາມສາມັກຄີ, ປັບປຸງແບບແຜນການດຳລົງຊີວິດຂອງຄະນະພັກ, ສະມາຊິກພັກ-ພະນັກງານແຕ່ລະຂັ້ນໃຫ້ມີຄວາມປອດໃສຂາວສະອາດ ສ້າງໄດ້ຄວາມເຊື່ອໝັ້ນຄວາມໄວ້ວາງໃຈຈາກປະຊາຊົນ ລວມທັງການເປັນແບບຢ່າງນຳໜ້າໃນທຸກດ້ານ, ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ຈັດຕັ້ງການເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຊີ້ນຳກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້, ເອົາໃຈໃສ່ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນແຂວງ, ສູ້ຊົນແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຄຸ້ມຄອງ ແລະ ບໍລິຫານລັດໃນແຕ່ລະຂັ້ນໃຫ້ຂາດຕົວ, ຍົກສູງຄວາມເປັນເຈົ້າການ ວຽກງານທີ່ຖືກມອບໝາຍໃຫ້ພ້ອມທັງສຸມໃສ່ແກ້ໄຂບັນຫາຕົວຈິງ ຊຶ່ງຍັງເປັນສິ່ງກີດຂວາງ ເປັນປະກົດການຫຍໍ້ທໍ້ພາຍໃນກົງຈັກຂອງແຕ່ລະພະແນກການຢູ່ຂັ້ນແຂວງ ແລະ ຂະແໜງການຢູ່ຂັ້ນເມືອງ ກໍຄືພາຍໃນປະຊາຊົນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)