ປັດຈຸບັນ ແຂວງຄໍາມ່ວນ ມີເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 6 ເມືອງຄື: ບົວລະ ພາ, ຍົມມະລາດ, ມະຫາໄຊ, ເຊບັ້ງໄຟ ແລະ ໜອງບົກ ກວມເອົາ 200 ບ້ານ13.577 ຄອບ ຄົວ, ປະຊາຊົນ 34.292 ຄົນໄດ້ຮັບຜົນກະທົບ, ມີເນື້ອທີ່ນາປີຖືກຖ້ວມ 15.375 ເຮັກຕາ, ໂຄງການຊົນລະປະທານຖືກນໍ້າຖ້ວມ 27 ໂຄງການ, ໜອງປາຖືກນໍ້າຖ້ວມ 223 ໜອງ, ບ້ານທີ່ຖືກຕັດກະແສໄຟຟ້າ 15 ບ້ານ, ປະຊາຊົນທີ່ຖືກຍົກຍ້າຍຈໍານວນ 39 ບ້ານ 2.891 ຄອບຄົວ, ເສັ້ນທາງເສຍຫາຍ 34 ເສັ້ນ, ເສັ້ນທາງຫລວງແຫ່ງຊາດ 5 ຈຸດ, ຍາວ 5.900 ແມັດ, ເສັ້ນທາງຫລວງຂອງເມືອງ 1 ຈຸດ, ຄວາມຍາວ 6 ແມັດ, ຖ້ວມຂົວ 5 ແຫ່ງ, ເສັ້ນທາງ ເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານຖືກຖ້ວມ 9 ຈຸດ, ໂຮງຮຽນ 35 ແຫ່ງແມ່ນໄດ້ປິດການຮຽນ ຊົ່ວຄາວ ແລະ ສຸກສາລາ ຈໍານວນ 4 ຫລັງ, ພ້ອມນີ້ ຍັງມີສັດລ້ຽງປະເພດຕ່າງເສຍຫາຍ ແລະ ລົ້ມຕາຍຈຳນວນໜຶ່ງ.
ຕໍ່ກັບສະພາບການດັ່ງກ່າວ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງທີ່ໄດ້ຮັບຜົນກະທົບ ກໍໄດ້ມີການປະສານສົມທົບກັບອໍານາດການປົກຄອງ ແຂວງ, ພະແນກການ, ຜູ້ປະກອບການ, ນັກທຸລະກິດຕະຫລອດເຖິງຜູ້ທີ່ມີຈິດສັດທາ ໄດ້ ຮ່ວມກັນແບ່ງປັນນໍ້າໃຈເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມພາຍໃນແຂວງ.