ເມື່ອບໍ່ດົນມານີ້, ທ່ານ ເພັດສະໜອນ ແກ້ວພິມພອນ ຮອງຂະແໜງການຄ້າພາຍໃນ ພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ຊີ້ແຈງກ່ຽວກັບຫ່າງສຽງຜູ້ຂາຍສິນຄ້າ ຕ່າງໆ ມີການສວຍໂອກາດ ຂຶ້ນສິນຄ້າເກີນລາຄາ ທີ່ທາງຂະແໜງການກ່ຽວຂ້ອງກຳນົດໃຫ້ ເຊິ່ງສ່ວນຫລາຍແມ່ນປະເພດ ເຂົ້າ, ອາຫານການກິນ ແລະ ເຄື່ອງໃຊ້ສອຍຕ່າງໆ ຢູ່ຕາມຕະ ຫລາດ ແລະ ຮ້ານຂາຍເຄື່ອງຍ່ອຍຈຳນວນໜຶ່ງ ແລະ ຕໍ່ກັບບັນຫານີ້ ເຈົ້າໜ້າທີ່ການຄ້າ ພາຍໃນ ແຂວງອັດຕະປື ໄດ້ລົງກວດກາຕົວຈິງຢູ່ຕະຫລາດ ບ້ານຫລັກ 3 ເມືອງສາມັກຄີໄຊ ແລະ ບັນດາເມືອງໃນທົ່ວແຂວງ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນໄລຍະທີ່ປະຊົນ ໄດ້ຮັບ ຜົນກະທົບທາງທຳມະຊາດນ້ຳຖ້ວມໄປຫລາຍກວ່ານີ້.
ຜ່ານການລົງກວດກາເຫັນວ່າ: ລະບົບລາຄາສິນຄ້າ ມີການເໜັງຕີງນັ້ນ ແມ່ນມີນ້ອຍ ແລະ ບໍ່ເຖິງຂັ້ນມີຜົນກະທົບຕໍ່ຜູ້ບໍລິໂພກ ຫລື ໃຊ້ບໍລິການ ເພາະວ່າໃນໄລຍະນ້ຳຖ້ວມ ພວກເຮົາ ໄດ້ລົງຕິດຕາມ ບັນດາສິນຄ້າ ທຸກໆເຊົ້າ-ແລງ ພ້ອມທັງຊຸກຍູ້ໃຫ້ຂາຍຢູ່ໃນລາຄາປົກກະຕິ, ຕໍ່ບຸກຄົນທີ່ລະເມີດນັ້ນ ກໍໄດ້ມີການສຶກສາອົບຮົມ ແລະ ເຮັດບົດບັນທຶກ ຕັກເຕືອນແນະ ນຳໃຫ້ຜູ້ກ່ຽວໃນຂັ້ນຕົ້ນຢ່າງທັນເວລາ, ຖ້າຫາກຍັງ ບໍ່ມີການປ່ຽນແປງ ຕາມກຳນົດເວລາ ຈະຖືກປັບໃໝຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະ ພາ 2017 ໃນມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ທີ່ລະບຸວ່າ: ບຸກຄົນໃດ ຫາກສວຍໂອກາດ ຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫລື ໄດ້ຂາຍສິນຄ້າ ແພງເກີນ ຂອບເຂດ ໃນເວລາເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ ຫລື ໃນເວລາທີ່ມີສະພາບການຫຍຸ້ງ ຍາກ ເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງ ຈະຖືກລົງໂທດ ຕັດອິດສະຫລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3 ລ້ານ ຫາ 10 ລ້ານກີບ. ຜູ້ໃດພົບເຫັນການລະເມີດໂທ ສາຍດ່ວນ 1510 ໄດ້ 24 ຊົ່ວໂມງ.