ປີ 1960 ທີ່ບັນດາຜູ້ນຳຖືກກັກຂັັງ ແຕ່ທ່ານບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນອອກຈາກການກະທຳອັນຜະເດັດການນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດໃນການສຶກສາອົບຮົມແກ່ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມກັນນັ້ນກໍໄດ້ຊີ້ແຈງ ໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ.

ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 24 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ຈຳນວນ 16 ທ່ານ ກໍໄດ້ໂຕນອອກຈາກຄຸກໂພນເຄັງ ແບບຮວມໝູ່ລວມມີ: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ ເຊີ່ງບັນດາທ່ານຜູ້ນຳໄດ້ໂຕນໜີອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພທຸກປະການ.

ເຫດການວິລະກຳດັ່ງກ່າວນີ້ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆ ປະການ ເຖິງວ່າຈະຖືກຈັບກຸມຄຸມຂັງກໍ່ບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ກໍຍ້ອນເພິ່ນຖືປະເທດຊາດສູງກວ່າຊີວິດຂອງຕົນ ເຊິ່ງຈະຫາສິ່ງໃດມາປຽບປານກໍ່ບໍ່ໄດ້.

ໄຊຊະນະອັນພິລະອາດຫານ ໃນວິລະກຳໂຕນຄຸກຄັ້ງມະຫັດສະຈັນນີ້ ມັນໄດ້ກາຍເປັນບາດລ້ຽວອັນສຳຄັນ ແລະ ໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງທ່ານຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດທະຫານ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອທ່ານຜູ້ນຳຈົນໂຕນໜີອອກຈາກຄຸກໄດ້ເປັນຜົນສຳເລັດ ກໍຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ.