ມີເດຍລາວແຂວງໄຊສົມບູນ ບົດ: ຈິນລະວອນ ວໍລະສົມບູນ ງົວ ແມ່ນສັດລ້ຽງປະເພດໜຶ່ງ ທີ່ຕິດພັນກັບຄົນລາວມາແຕ່ດຶກກຳບັນ ຊຶ່ງເມື່ອກ່ອນ ງົວເປັນພາຫະນະລາກແກ່ສຳພາລະຕ່າງໆ ທີ່ຄົນເຮົາບໍ່ສາມາດແບກຫາບໄດ້ ດັ່ງນັ້ນ ຈຶ່ງນໍ້າໃຊ້ແຮງງານງົວເພື່ອລາກແກ່ວັດຖຸສິ່ງຂອງເຫຼົ່ານັ້ນ ເປັນພາຫະນະຕົ້ນຕໍ.

ນອກຈາກງົວຈະເປັນສັດທີ່ໃຊ້ແຮງງານສ້າງປະໂຫຍດໃຫ້ກັບຄົນແລ້ວ ຍັງເປັນສັດທີ່ມີຄຸນຄ່າທາງດ້ານໂພຊະນາການ ຕື່ມອີກ ຊຶ່ງປັດຈຸບັນ ໄດ້ກ້າວເຂົ້າສູ່ຍຸກເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ຊາວກະສິກອນຫຼຸດຜ່ອນການໃຊ້ແຮງງານງົວ ແລະ ຫັນຈາກການລ້ຽງງົວ ເພື່ອໃຊ້ເປັນແຮງງານ ແລ້ວປ່ຽນມາເປັນການລ້ຽງ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄອບຄົວ ພ້ອມນີ້ ພັກ-ລັດຖະບານ ໄດ້ຍູ້ແຮງໃຫ້ປະຊາຊົນລາວບັນດາເຜົ່າ ຫັນມາລ້ຽງງົວຜະລິດເປັນສິນຄ້າ ຢ່າງແຜ່ຫຼາຍ ແລະ ຂະບວນການລ້ຽງສັດປະເພດນີ້ ຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ກໍນັບມື້ຂະຫຍາຍອອກ ຢ່າງກວ້າງຂວາງ.

ດັ່ງຄອບຄົວຂອງທ່ານ ສຸນາ ປ່າເບຼ່ຍຢ່າ, ພະນັກງານບຳນານ-ອະດີດການນຳເມືອງລ້ອງຊານ ປັດຈຸບັນຢູ່ບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການລ້ຽງງົວ ເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ທ່ານ ສຸນາ ປ່າເບຼ່ຍຢ່າ ໃຫ້ຮູ້ວ່າ: ຫຼັງຈາກອອກພັກຜ່ອນບຳນານແລ້ວ ໃນປີ 2009 ເພິ່ນໄດ້ລິເລີ່ມໝູນໃຊ້ຄັງໃນເນື້ອທີ່ 9 ເຮັກຕາກວ່າ ເຂົ້າໃນການປູກຫຍ້າ ເພື່ອກະກຽມລ້ຽງງົວ ຊຶ່ງການປູກໄດ້ດຳເນີນຮອດປີ 2010 ຈິ່ງສັງເກດເຫັນວ່າ ມີເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການລ້ຽງສັດໃຫຍ່ ດັ່ງນັ້ນ ມາຮອດປີ 2011 ຈິ່ງໄດ້ນຳເອົາງົວຈຳນວນໜຶ່ງ ມາປ່ອຍໃສ່ຄັງຫຍ້າ ເບື້ອງຕົ້ນມີງົວ ທັງໝົດ ຈຳນວນ 20 ກວ່າໂຕ ທໍ່ນັ້ນ ແຕ່ມາຮອດປີ 2017 ຈຳນວນງົວ ໄດ້ເພີ່ມຂຶ້ນເກືອບ 90 ໂຕ ໃນເມື່ອງົວໄດ້ມີຈຳນວນເພີ່ມຂຶ້ນເລື້ອຍໆ ດັ່ງນັ້ນ ໃນປີ 2017-2018 ເພິ່ນຈິ່ງໄດ້ຕັດສິນໃຈຂາຍອອກ 30-40 ໂຕ ຊຶ່ງປັດຈຸບັນມີງົວທັງໝົດ ຈຳນວນ 50 ກວ່າໂຕ ແລະ ຂາຍອອກໄປແລ້ວ ຈຳນວນ 2 ຊຸດ, ແຕ່ລະຊຸດລາຍຮັບຈາກການຂາຍບໍ່ຕໍ່າກວ່າ 20,000,000 ລ້ານກີບ.

ນອກຈາກຈະຂາຍເປັນຊຸດແລ້ວ ເພິ່ນຍັງຂາຍອອກເປັນຈຳນວນ 4-5 ໂຕ ໃນແຕ່ລະປີຕື່ມອີກ ຊຶ່ງການຂາຍແມ່ນອີງຕາມຂະໜາດຂອງງົວ ຖ້າງົວໃຫຍ່ແມ່ນຕົກຢູ່ໃນລາຄາ 14,000,000 ລ້ານກີບ, ຫຼຸດລົງມາກໍປະມານ 10,00,000 ລ້ານກີບ, ບາງໂຕກໍຢູ່ໃນລະຫວ່າງ 7000,000 ລ້ານ-8000,000 ລ້ານກີບ ແລະ ອີກຈຳນວນໜຶ່ງ ກໍຕົກຢູ່ໃນລາຄາ 5000,000 ລ້ານ-6000,000 ລ້ານກີບ, ເວົ້າລວມແລ້ວແມ່ນອີງຕາມຂະໜາດຂອງງົວ ຊຶ່ງລາຍຮັບຈາກການຂາຍຕົວຈິງໃນແຕ່ລະປີ ແມ່ນອີງຕາມໄດ້ຂາຍໜ້ອຍ ຫຼື ຫຼາຍ ຖ້າປີໃດໄດ້ຂາຍໜ້ອຍກໍຢູ່ໃນລະຫວ່າງ 20,000,000 ລ້ານກວ່າກີບ ແລະ ຖ້າປີໃດໄດ້ຂາຍຫຼາຍແມ່ນຕົກຢູ່ໃນຈຳນວນເງິນ 30,000,000 ລ້ານກວ່າກີບ, ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເກັບກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບເຫື່ອແຮງທີ່ເພິ່ນໄດ້ຄຸກຄີ, ບຸກບືນຫ້າວຫັນ ແລະ ພາກພຽນພະຍາຍາມ ຢູ່ກັບການລ້ຽງງົວຕະຫຼອດມາ. ພ້ອມນີ້ການຂາຍ ສ່ວນໃຫຍ່ແມ່ນພໍ່ຄ້າ-ແມ່ຄ້າ ມາສັ່ງຊື້ຢູ່ກັບຄັງຂອງເພິ່ນເລີຍ.

ຜ່ານຈາກການຢຶດຖືອາຊີບລ້ຽງສັດໃຫຍ່ ຜະລິດເປັນສິນຄ້າ ເຮັດໃຫ້ຄອບຂອງທ່ານ ສຸນາ ປ່າເບຼ່ຍຢ່າ, ພະນັກງານບຳນານ-ອະດີດການນຳເມືອງລ້ອງຊານ ມີຖານະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງຮອບດ້ານ, ເສດຖະກິດຄອບຄົວມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຊຶ່ງທ່ານໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢ່າງທີ່ດີ ໃຫ້ແກ່ຫຼາຍໆ ຄອບຄົວພາຍໃນບ້ານຄອນວັດ ເມືອງລ້ອງຊານ ໄດ້ຮຽນເອົາປະສົບການ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນຂອງເພິ່ນ ໄປພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ. ຊຶ່ງເພິ່ນໄດ້ສູ້ຊົນປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ. ອີກຢ່າງໜຶ່ງກໍຍ້ອນເຫັນໄດ້ແນວທາງອັນຖືກຕ້ອງຂອງພັກ ແລະ ລັດເຮົາ ຊຶ່ງຍາມໃດກໍຖືເອົາການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ເປັນວຽກງານຍຸດທະສາດ, ເປັນບັນຫາກົກ-ຕໍ່ເນື່ອງ ແລະ ສຳຄັນ ຕະຫຼອດມາ.

ທ່ານຜູ້ຊົມທີ່ເຄົາລົບ ແລະ ຮັກແພງ ທຸກໆທ່ານ ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ ບວກກັບຄວາມມີຫົວຄິດປະດິດສ້າງ ໃນການທຳມາຫາກິນ ທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງ ກ້າຄິດ,ກ້າເຮັດ, ແລະ ກ້າຕັດສິນໃຈ ຈຶ່ງເຮັດໃຫ້ຄອບຄົວຂອງທ່ານສຸນາ ປ່າເບຼ່ຍຢ່າ ທີ່ມີພື້ນຖານເສດຖະກິດຄອບຄົວດີຢູ່ແລ້ວໃນເມື່ອກ່ອນ ມາຮອດປັດຈຸບັນຍິ່ງມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.