ມີເດຍລາວແຂວງບໍ່ແກ້ວ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ ຂອງແຂວງບໍ່ແກ້ວ ມີ 5 ບັນຫາໃຫຍ່ ແລະ 5 ສາເຫດ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ ຜູ້ຊີ້ນຳຂົງເຂດເສດຖະກິດ ມີຄຳເຫັນຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍ່ແກ້ວ ຄັ້ງທີ 4 ສະໄໝທີ VI.

ວ່າຊຸມປີຜ່ານມາ ແຂວງບໍ່ແກ້ວ ໄດ້ປະເຊີນໜ້າກັບສິ່ງທົດສອບທ້າທາຍຫຼາຍດ້ານ ເຊິ່ງໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມຈາກສະພາບແວດລ້ອມທັງພາຍໃນ ແລະ ພາຍນອກເປັນຕົ້ນແມ່ນ ພື້ນຖານທາງດ້ານເສດຖະກິດ-ການຜະລິດຍັງບໍ່ທັນເຂັ້ມແຂງ ແລະ ຂາດສະພາບຄ່ອງຕົວດ້ານແຫຼ່ງທຶນ. ໃນໄລຍະ 5 ປີ ຜ່ານມາ ເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດມະຫາພາກມີທ່າອ່ຽງຫຼຸດລົງ, ສະແດງອອກໃນປີ 2016 ອັດຕາການຂະຫຍາຍຕົວຢູ່ລະດັບ 9,7% ມາຮອດໃນປີ 2020 ຫຼຸດລົງເປັນ 4,5%, ການເພີ້ມຂຶ້ນຂອງລາຄານ້ຳມັນ, ການແກ້ໄຂໜີ້ສິນສາທາລະນະຍັງຄຸມເຄືອແກ່ຍາວ, ການເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ (COVID-19) ໄດ້ແຜ່ລະບາດເປັນວົງກວ້າງໄປທົ່ວໂລກ, ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ເສດຖະກິດຂອງຫຼາຍປະເທດໃນອະນຸພາກພື້ນ ແລະ ສາກົນ ກໍ່ຄືແຂວງບໍ່ແກ້ວ. ສະນັ້ນ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດສະຫຼຸບອອກເປັນ 5 ບັນຫາໃຫ່ຍ ດັ່ງນີ້:

ບັນຫາພື້ນຖານເສດຖະກິດບໍ່ເຂັ້ມແຂງ, ເພີ່ງພາຈາກພາຍນອກເປັນສ່ວນໃຫ່ຍ ເຊິ່ງບໍ່ສາມາດສ້າງຖານສະສົມທຶນຮອນພາຍໃນຢ່າງພຽງພໍ-ໝັ້ນຄົງ: ການຂະຫຍາຍຕົວເສດຖະກິດ ອາໄສໂຄງການລົງທຶນຂອງຕ່າງປະເທດ. ໂຄງການລົງທຶນຈຳນວນໜຶ່ງມີປະສິດທິຜົນຕ່ໍາ, ໂຄງການທີ່ໄດ້ອະນຸມັດໄປແລ້ວ ການຈັດຕັ້ງປະຕິບັດບໍ່ສໍາເລັດ, ການຜະລິດພາຍໃນສ່ວນໃຫຍ່ແມ່ນ ການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງຂະໜາດນ້ອຍ ແລະ ກາງເປັນສ່ວນໃຫ່ຍ ແລະ ບໍ່ເຂັ້ມແຂງ, ສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ນະໂຍບາຍສົ່ງເສີມ ຍັງບໍ່ທັນເອື້ອອຳນວຍ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບໄດ້ຕາມທ່າແຮງທີ່ມີ. ລະບົບການເກັບລາຍຮັບງົບປະມານຍັງບໍ່ທັນເຂັ້ມແຂງ, ບໍ່ທັນສະໄໝ ແລະ ມີການຮົ່ວໄຫຼ, ຖານລາຍຮັບຈຳນວນໜຶ່ງ ມີການຍົກເວັ້ນ.

ດ້ານລາຍຈ່າຍງົບປະມານ ຍັງມີລາຍຈ່າຍບໍລິຫານທີ່ບໍ່ຈຳເປັນ ແລະ ຟຸມເຟືອຍ, ກົງຈັກຂອງຂະແໜງການໃຫຍ່ໂຕ ເຊິ່ງສ້າງໃຫ້ມີລາຍຈ່າຍດ້ານບໍລິຫານທີ່ສູງ. ນອກນັ້ນ, ຍັງມີລາຍຈ່າຍເພີ່ມ ຕໍ່ການແກ້ໄຂຜົນກະທົບຈາກໄພພິບັດ ແລະ ລາຍຈ່າຍຊຳລະໜີ້ສິນ.ໜີ້ສິນສາທາລະນະມີທ່າເພີ້ມຂຶ້ນ ກວມ 21,73% ຂອງ GDP, ງົບປະມານທີ່ສະໜອງໃຫ້ແກ່ການລົງທຶນຍັງບໍ່ທັນພຽງພໍ ຖ້າທຽບໃສ່ຄວາມຕ້ອງການໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຈັດສັນທຶນ ເພື່ອຊຳລະໃຫ້ໂຄງການທີ່ເປັນໜີ້ສິນ 100% ແລະ ໂຄງການສືບຕໍ່, ທຶນສົມທົບຕ່າງປະເທດ ພົບຄວາມຫຍຸ້ງຍາກ. ຍ້ອນງົບປະມານທີ່ໄດ້ຮັບມີຈຳກັດ ແລະ ຫຼຸດລົງ ໃນແຕ່ລະປີ, ເຮັດໃຫ້ໂຄງການທີ່ໄດ້ເຊັນສັນຍາແລ້ວ ປະຕິບັດຊັກຊ້າແກ່ຍາວ, ບໍລິສັດຜູ້ຮັບເໝົາສະເໜີຂໍໂຈະການກໍ່ສ້າງໂຄງການ. ໃນໄລຍະຜ່ານມາ ການລົງທຶນເຂົ້າໃສ່ໂຄງການທີ່ມີມູນຄ່າສູງ ແຕ່ປະສິດທິຜົນຕ່ຳ ບໍ່ສາມາດ ສ້າງລາຍຮັບໂດຍກົງໄດ້ ເພື່ອສ້າງພື້ນຖານໃຫ້ເສດຖະກິດເຂັ້ມແຂງ.ລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ຍັງມີໜ້ອຍ, ການນຳເຂົ້າສິນຄ້າເພື່ອບໍລິໂພກ ແລະ ຮັບໃຊ້ການຜະລິດພາຍໃນ ກວມອັດຕາສ່ວນຫຼາຍ, ເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ມີທ່າອ່ຽງເພີ່ມຂຶ້ນ ຫຼາຍກວ່າຄວາມສາມາດໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນ ແລະ ຄວບຄຸມອັດຕາເງິນເຟີ້ ມີຄວາມຫຍຸ້ງຍາກ ເນື່ອງຈາກການສະໜອງເງິນຕາຂອງບັນດາທະນາຄານ ມີຈໍາກັດ ຈຶ່ງເຮັດໃຫ້ການແລກປ່ຽນນອກລະບົບຍັງມີຫຼາຍ.ລະດັບໜີ້ບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ (NPL) ຢູ່ໃນລະດັບສູງຍ້ອນຄວາມບໍ່ເຂັ້ມແຂງໃນການບໍລິຫານຄຸ້ມຄອງ ໂດຍສະເພາະ ທະນາຄານທຸລະກິດລັດ ສົມທົບກັບສະພາບໜີ້ສິນຄຸມເຄື່ອໃນລະບົບທະນາຄານ ທີ່ຕິດພັນກັບໂຄງການລົງທຶນຂອງລັດ ມີຈຳນວນຫຼາຍ.

ສາເຫດຂອງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.ຕົ້ນຕໍທີ່ພາໃຫ້ເກີດມີສະພາບຄວາມຫຍຸ້ງຍາກທີ່ໄດ້ກ່າວມານັ້ນ ສາມາດສັງລວມໄດ້ດັ່ງນີ້: ຍ້ອນກົນໄກການຈັດຕັ້ງປະຕິບັດຕົວຈິງຂອງຂະແໜງການ ແລະ ບັນດາເມືອງ ໃນການຫັນເປັນແຜນງານ,ໂຄງການ ແລະ ມາດຕະການຕົວຈິງ ຍັງມີຄວາມຊັກຊ້າ, ເຮັດໄດ້ໜ້ອຍ ແລະ ປະສິດທິຜົນບໍ່ສູງ.ພື້ນຖານການຜະລິດພາຍໃນແຂວງ ບໍ່ທັນເຂັ້ມແຂງ, ເນື່ອງຈາກອັດຕາສ່ວນຂອງບັນດາຫົວໜ່ວຍທຸລະກິດການຜະລິດ ທີ່ລົງທຶນເຂົ້າໃນສ້າງຖານການຜະລິດ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ທີ່ໝັ້ນຄົງຖາວອນໃຫ້ປະຊາຊົນບັນດາເຜົ່າ ທີ່ຕິດພັນກັບຕະຫຼາດຮອງຮັບພາຍໃນ ເພື່ອກະຕຸກຊຸກຍູ້ການສ້າງລາຍຮັບເຂົ້າງົບປະມານລັດ ຍັງມີໜ້ອຍກ່ວາຫົວໜ່ວຍທຸລະກິດທີ່ເຮັດການຄ້າ ຊື່ງເຮັດໃຫ້ ທ່າອ່ຽງສັງຄົມບໍລິໂພກ ມີອັດຕາສ່ວນສູງກ່ວາສັງຄົມການຜະລິດ.ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຕາມກົດໝາຍ ຍັງບໍ່ທັນເຂັ້ມງວດ ແລະ ສັກສິດ ເຊິ່ງເປັນສາເຫດພາໃຫ້ມີປະກົດການຫຍໍ້ທໍ້ໃນຂົງເຂດເສດຖະກິດ-ການເງິນ ແລະ ໜີ້ສິນຢ່າງຫຼວງຫຼາຍ ໂດຍສະເພາະການລະເມີດວິໄນແຜນການ-ການເງິນ, ດັ່ງນັ້ນ,

ຈຶ່ງເກີດມີຊ່ອງວ່າງຮົ່ວໄຫຼດ້ານງົບປະມານ, ບໍ່ເຄົາລົບລະບຽບການອະນຸມັດ ແລະ ຈັດຕັ້ງປະຕິບັໂຄງການລົງທຶນລັດ ເຊິ່ງເປັນປັດໄຈພາໃຫ້ມີໜີ້ສິນເພີ່ມສູງຂຶ້ນ.ກົນໄກການບໍລິຫານລັດ ຍັງບໍ່ທັນເປັນລະບົບ ແລະ ມີຫຼາຍຂັ້ນຫຼາຍຂອດ. ການແບ່ງຂັ້ນການຄຸ້ມຄອງຕາມທິດ 3 ສ້າງ ບໍ່ທັນຈະແຈ້ງ, ຂາດການປະສານສົມທົບລະຫວ່າງສາຍຕັ້ງ-ສາຍຂວາງຢ່າງກົມກຽວກັນ ເຊິ່ງພາໃຫ້ເກີດມີຊ່ອງວ່າງສວຍໃຊ້ຫາຜົນໂຫຍດຂອງເຈົ້າໜ້າທີ່ ແລະ ສ້າງສະພາບແວດລ້ອມການດໍາເນີນທຸລະກິດທີ່ບໍ່ເອື້ອອຳນວຍ.ການປຸກລະດົມ ແລະ ການມີສ່ວນຮ່ວມຂອງປະຊາຊົນ, ນັກທຸລະກິດ, ທຸກພາກສ່ວນໃນສັງຄົມເພື່ອຍູ້ແຮງການຜະລິດ ແລະ ບໍລິການ ແລະ ເຂົ້າຮ່ວມໃນການປະຕິບັດສິດ ແລະ ພັນທະຕໍ່ລັດ ຍັງເຮັດບໍ່ທັນໄດ້ດີ.ຄຽງຄູ່ກັນນັ້ນ ການຕິດຕາມ-ກວດກາ ແລະ ປະເມີນຜົນບັນດາໂຄງການ ຍັງບໍ່ທັນເຂັ້ມງວດ.
ຂໍ້ມູນຈາກ (ວາລະ) ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ 2021-2023 ຂອງແຂວງບໍ່ແກ້ວ
ບົດ: ຄຳພັນ ແກ້ວມະນີ