ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມຢ່າງເປັນທາງການ, ທີ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໃນລະຫວ່າງວັນທີ 1-3 ຕຸລາ 2019, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ, ໃນວັນທີ 1 ຕຸລາ 2019, ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ທີ່ ສຳນັກງານປະທານປະເທດ. ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ທີ່ ຫ້ອງວ່າການລັດຖະ ບານ. ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ, ຊຶ່ງເປັນການຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍຄວາມສໍາຄັນທີ່ສຸດ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຢ່າງແທ້ຈິງ.
ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດໃນດ້ານຕ່າງໆ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ເຮັດໃຫ້ທົ່ວປະເທດໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂື້ນ ໃນເວທີພາກພື້ນ ແລະ ສາກົນ. ພິເສດ ໃນປີ 2020 ນີ້, ສສ ຫວຽດນາມ ກໍ່ຈະໄດ້ເປັນປະທານອາຊຽນ ແລະ ເປັນປະທານໄອປາ ອີກດ້ວຍ. ນອກຈາກນີ້, ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ເອກະ ສານຮ່ວມມືສອງຝ່າຍ ກໍ່ຄືການຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ໃນທຸກໆດ້ານຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ ແລະ ແຮ່ທາດ, ໂຍທາທິການ ແລະ ຂົນສົ່ງ; ການຮ່ວມມືດ້ານການເງິນ, ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ.