ປະຊາກອນໃນ ສປປ ລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງບວກກັບການເພີ່ມຂຶ້ນຢ່າງໄວວາຂອງຈໍານວນພາຫະນະ ຈິ່ງໄດ້ສົ່ງຜົນກະທົບຕໍ່ລະບົບການສັນຈອນຕາມເສັ້ນທາງ, ລະບົບບໍ່ສາມາດຮອງຮັບຄວາມຕ້ອງການຂອງຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ, ຄຽງຄູ່ກັນນີ້ ຜູ້ຂັບຂີ່ຈໍານວນໜຶ່ງບໍ່ໄດ້ຜ່ານໂຮງຮຽນສອນຂັບຂີ່; ບໍ່ປະຕິບັດກົດລະບຽບຈະລາຈອນຕະຫຼອດຮອດການບັງຄັບໃຊ້ກົດໝາຍທີ່ວາງອອກຢ່າງເຂັ້ມງວດ, ຈາກບັນຫາດັ່ງກ່າວນໍາໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ ເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ສະເລ່ຍຫຼາຍກວ່າ 1.000 ຄົນຕໍ່ປີ, ເທົ່າກັບການເສຍຊີວິດ 15 ຄົນ ຕໍ່ປະຊາກອນ 100.000 ຄົນຕໍ່ປີ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ເປີດເຜີຍວ່າ:

ໃນໄລຍະ 5 ປີຜ່ານ ມາ 2014-2018 ຈໍານວນຕົົວເລກຜູ້ເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ, ສະເລ່ຍຫຼາຍກວ່າ 1.000 ຄົນ ຕໍ່ປີ ຖ້າທຽບໃສ່ປະຊາກອນປະມານ 15 ຄົນຕໍ່ປະຊາກອນ 100.000 ຄົນ, ໃນນີ້ 80% ແມ່ນຊາວໜຸ່ມ, ໄວໝຸ່ມ; ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ສາມາດອອກແຮງງານໄດ້ ເຊິ່ງຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າຜົນເສຍຫາຍຈາກການເກີດອຸບັດຕິເຫດເປັນບັນຫາກົດໜ່ວງໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດ ຈໍານວນບໍ່ໜ້ອຍ.

ການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນຫຼາຍກວ່າ 1.000 ຄົນຕໍ່ປີ ເຊິ່ງເປັນຕົວເລກທີ່ຍອມຮັບບໍ່ໄດ້ບັນຫາດັ່ງກ່າວເກີດມາຈາກຫຼາຍສາເຫດທີສໍາຄັນຕໍ່ລະບົບການຄຸ້ມຄອງຄວາມປອດໄພທາງຫຼວງຍັງບໍ່ເຂັ້ມແຂງໃນຫຼາຍໆດ້ານ ເປັນຕົ້ນແມ່ນລະບົບກົດໝາຍ ແລະ ກົດລະບຽບຍັງບໍ່ທັນເຂັ້ມແຂງພຽງພໍບໍ່ວ່າໃນ ເລື່ອງໃບອະນຸຍາດຂັບຂີ່ ຫຼື ສິ່ງທີ່ສໍາຄັນໃນອະນາຄົດກໍຄືຂອງປອດໄພຂອງຍານພາຫະນະ; ຍັງບໍ່ທັນລົງທຶນຢ່າງພຽງພໍເຂົ້າ ໃນບັນຫາຄວາມປອດໄພທາງຫຼວງ ແລະ ສິ່ງທີ່ໄດ້ລົງທຶນຜ່ານກອງທຶນທາງ ກໍຍັງບໍ່ທັນນໍາໄປສູ່ການດໍາເນີນງານທີ່ດີຂຶ້ນ, ເກືອບທຸກໆອຸບັດຕິເຫດທີ່ເກີດຂຶ້ນທາງຖະໜົນທີ່ນໍາໄປສູ່ການເສຍຊີວິດຍັງບໍ່ທັນມີການເກັບກໍາຂໍ້ມູນທີ່ພຽງພໍສໍາລັບອຸບັດຕິເຫດທີ່ເສຍຊີວິດ ແລະ ບໍ່ມີຖານຂໍ້ມູນເອເລັກໂຕຼນິກທີ່ສາມາດຄົ້ນຫາ ເພື່ອໄປວິເຄາະເຖິງສາເຫດຂອງການເກີດອຸບັດຕິເຫດ. ນອກນີ້, ຍັງບໍ່ໄດ້ກວດສອບບັນຫາການຈັດຕັ້ງປະຕິບັດທີ່ສໍາຄັນເຊັ່ນ: ການໃສ່ໜວກກັນກະທົບເມົາແລ້ວຂັບ ແລະ ຂັບໄວ ເຊິ່ງສິ່ງເຫຼົ່ານີ້ເປັນຄາດໝາຍຜົນທີ່ໄດ້ຮັບໄລຍະກາງດ້ານຄວາມປອດ ໄພທີ່ສໍາຄັນຕະຫຼອດຮອດການສື່ສານເຖິງຄວາມຮີບດ່ວນຂອງບັນຫາ, ມູນຄ່າເສຍຫາຍຕໍ່ສັງຄົມຍັງບໍ່ທັນດຶງເອົາການ ມີສ່ວນຮ່ວມທຸກພາກສ່ວນຢູ່ໃນສັງຄົມ ເພື່ືອແກ້ບັນຫາດັ່ງກ່າວ.

ການອອກແບບ ແລະ ຄຸ້ມຄອງເສັ້ນທາງຍັງໃຊ້ວິທີດັ້ງເດີມ ຍັງບໍ່ແນໃສ່ດ້ານຄວາມປອດໄພ ໂດຍເສັ້ນທາງທີ່ຖືກ ອອກແບບ ແລະ ສ້າງມາມີການປ້ອງກັນໜ້ອຍ ຫຼື ບໍ່ມີການປ້ອງກັນດ້ານຄວາມປອດໄພເລີຍ, ສໍາເລັບກິດຈະກໍາຂ້າງທາງກໍບໍ່ໄດ້ຮັບການຈັດການດ້ານຄວາມປອດໄພດີພໍ ແລະ ຍານພາຫະນະກໍຍັງຖືກປ່ອຍປະໃຫ້ຂັບຂີ່ໄດ້ໃນຄວາມໄວສູງຕາມເສັ້ນທາງໃນຕົວເມືອງທີ່ມີຄວາມສັບສົນ ແລະ ຜ່ານໝູ່ບ້ານ; ການກວດສອບດ້ານຄວາມປອດໄພດ້ານຂອງເສັ້ນທາງທີ່ກໍານົດໄວ້ໃນກົດໝາຍແຕ່ບໍ່ຖືກບັງຄັບໃຊ້. ຄຽງຄູ່ກັນນີ້, ກົດລະບຽບດ້ານຄວາມປອດໄພສໍາລັບລົດຈັກ ຍັງບໍ່ສອດຄ່ອງກັບມາດຕະຖານທີ່ຮອງຮັບໃນທົ່ວໂລກບໍ່ວ່າຈະເປັນລົດຈັກເອງ ຫຼື ການໃສ່ໝວກກັນກະທົບຜູ້ຊັບຂີ່ ລົດຈັກມີຄວາມສ່ຽງຕໍ່ສະພາບແວດລ້ອມຕາມເສັ້ນທາງທີ່ອັນຕະລາຍຍັງຂັບຂີ່ສັບສົນປົນກັນລະຫວ່າງລົດເບົາ ແລະ ລົດໜັກທີ່ຂີ່ດ້ວຍຄວາມໄວ, ຜູ້ຂັບຂີ່ລົດຈັກຈໍານວນຫຼາຍບໍ່ໃສ່ໜວກກັນກະທົບ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນ ແລະອື່ນໆ.

ນອກນີ້, ມາດຕະຖານໃນການສອບເສັງເອົາໃບອະນຸຍາດຂັບຂີ່ຍັງບໍ່ທັນສູງ ໝາຍຄວາມວ່າການໄດ້ໃບອະນຸຍາດຂັບຂີ່ຍັງງ່າຍຫຼາຍ, ການບັງຄັບໃຊ້ກົດໝາຍຂອງໃບອະນຸຍາດຂັບຂີ່ຍັງບໍ່ພຽງພໍ; ໂດຍສະເພາະການຢຶດຄືນໃບອະນຸຍາດຂັບຂີ່ຍັງມີໜ້ອຍ ແລະ ການປັບໃໝໃນໄລຍະຜ່ານມາເຖິງປັດຈຸບັນ 56% ການອອກໃບປັບໃໝ ໂດຍແມ່ນຕໍາຫຼວດຈະລາຈອນ. ພ້ອມນີ້ການບັງຄັບໃຊ້ກົດລະບຽບຈະລາຈອນຕາມເສັ້ນທາງຍັງບໍ່ພຽງພໍ ເປັນຕົ້ນການປັບໃໝແມ່ນເກີດຂຶ້ນພາຍຫຼັງເກີດອຸບັດຕິເຫດແທນທີ່ອອກໃຫ້ທັນທີທີ່ມີການຝ່າຝືນກົດລະບຽບປັດຈຸບັນນີ້ຕໍາຫຼວດຈະລາຈອນຍັງບໍ່ມີອໍານາດຢ່າງພຽງພໍທີ່ຈະມາປະຕິບັດກົດລະບຽບດ້ານຄວາມປອດໄພ; ທີ່ສໍາຄັນໃນການສັນຈອນຢ່າງເຂັ້ມງວດ. ການກໍານົດອາຍຸການນໍາໃຊ້ຍານພາຫະນະທີ່ນໍາເຂົ້າ ສປປ ລາວ ຍັງບໍ່ທັນ ເໝາະສົມກັບຂໍ້ບັງຄັບດ້ານຄວາມປອດໄພ ຕະຫຼອດຮອດການບາດເຈັບຈາກການສັນຈອນຕາມເສັ້ນທາງຕ້ອງໄດ້ຜ່ານການຕອບສະໜອງທາງການແພດສຸກເສີນຢ່າງວ່ອງໄວ.