ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 30 ຕຸລາ 2019 ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວາລີ ຈືນໍເຢັງ ວ່າການເລຂາພັກເມືອງ ເຈົ້າເມືອງໆໄຊ . ການເປັນກຽດເຂົ້າຮ່ວມມີທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ. ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ອະດິດການນຳເມືອງ, ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກຈຳນວນ 2.590 ສະຫາຍ, ຍິງ 612 ສະຫາຍທີ່ມາຈາກຄະນະພັກຮາກຖານແລະໜ່ວຍພັກທົ່ວເມືອງໄຊເຂົ້່າຮ່ວມທັງໝົດ 128 ສະຫາຍ, ຍິງ 9 ສະຫາຍ ພ້ອມດ້ວຍ ແຂກຮັບເຊີນທີ່ມາຈາກຂັ້ນແຂວງ ແລະ ບັນດາເມືອງຂອງແຂວງ ອຸດົມໄຊ, ເມືອງນາແລ ແຂວງຫຼວງນ້ຳທາ, ເມືອງນ້ຳບາກ ແຂວງຫລວງພະບາງ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ວາລີ ຈືນໍເຢັງ ວ່າການເລຂາພັກເມືອງ ເຈົ້າເມືອງໆໄຊ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງໄຊ ຊຸດທີ XII. ທ່ານ ກ່າວວ່າ ໃນໄລຍະ 5 ປີຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນເມືອງໄຊ ໄດ້ສຸມໃສ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກເມືອງ ແລະ ການໃກ້ຊິດຕິດແທດ ຂອງແຂວງ ເຮັດໃຫ້ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ, ສາມາດສືບຕໍ່ຮັກສາຈັ່ງຫວະເຕີບໂຕຕໍ່ເນື່ອງ ແລະ ຂະຫຍາຍຕົວໃນທຸກດ້ານ, ໂຄງປະກອບເສດຖະກິດຫັນປ່ຽນຢ່າງຕັ້ງໜ້າ; ພື້ນຖານໂຄງລ່າງ ແລະ ການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີໄດ້ຮັບການເອົາໃຈໃສ່. ຈັ່ງຫວະເຕີບໂຕເສດຖະກິດຂະຫຍາຍຕົວ ໃນລະດັບ 4,55%, ທຽບໃສ່ຄາດໝາຍກອງປະຊຸມໃຫຍ່ວາງອອກປະຕິບັດໄດ້ 39,56%; ລວມຍອດມູນຄ່າຜົນຜະລິດປະຕິບັດໄດ້ 1.132 ລ້ານກີບ, ທຽບໃສ່ຄາດໝາຍ ປະຕິບັດໄດ້ 101%, ຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າໂດຍສະເພາະແມ່ນ: ການປູກໄມ້ອຸດສາຫະກຳ, ປູກພືດເປັນສິນຄ້າ, ການລ້ຽງສັດ, ການປັບປຸງພຶ້ນຖານໂຄງລ້າງ ເຊັ່ນ: ສ້ອມແປງ ແລະ ກໍ່ສ້າງລະບົບຊົນລະປະທານ, ເສັ້ນທາງ, ນ້ຳລິນສະອາດ, ການຂະຫຍາຍຕາຂ່າຍໄຟຟ້າ, ຕາໜ່າງໄປສະນີ, ໂທລະຄົມ, ລະບົບການບໍລິການສິນເຊື່ອຂອງທະນາຄານ. ນອກຈາກນີ້ ກໍຍັງມີການຈັດຕັ້ງແຂ່ງຂັນກິລາ, ສິລະປະວັນນະ ຄະດີ, ການສ້າງກຸ່ມບ້ານ ແລະ ບ້ານວັດທະນະທຳໃໝ່, ບ້ານປອດຄະດີ, ປອດຢາເສບຕິດ, ບ້ານພັດທະນາ, ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການເຮັດທົດລອງສາມສ້າງ, ການສ້າງເທດສະບານຕາມຄາດໝາຍເມືອງ 4 ສໍ, ການປັບປຸງກົງຈັກການຈັດຕັ້ງຮາກຖານພັກ ແລະ ອົງການປົກຄອງຂັ້ນບ້ານ ຢ່າງເປັນຂະບວນກວ້າງຂວາງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ, ເປັນປຶກແຜ່ນ ແລະ ເອກະພາບພາຍໃນ ໄດ້ເປັນກໍາລັງແຮງສັງລວມ ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍ, ວຽກງານຈຸດສຸມທີ່ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກມີຜົນສຳເລັດ; ບົດຮຽນໃນການຊີ້ນໍາ-ນໍາພາ, ຄຸ້ມຄອງບໍລິຫານເສດຖະກິດ-ສັງຄົມ ຂອງຄະນະພັກ ນັບແຕ່ເມືອງເຖິງຮາກຖານໄດ້ຮັບການເສີມຂະຫຍາຍ; ການເຂົ້າຮ່ວມຢ່າງແຂງແຮງ ຂອງປະຊາຊົນບັນດາເຜົ່າ ແລະ ການຈັດຕັ້ງສັງຄົມ ໄດ້ສົ່ງຜົນກະທົບອັນຕັ້ງໜ້າຕໍ່ການ ປັບປຸງຊີວິດການເປັນຢູ່, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຄັ້ງທີ XIII ຈະໄດ້ດຳເນີນເປັນເວລາສອງວັນ ເຊິ່ງຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ຮັບຮອງເອົາ ຮ່າງ ລາຍງານການເມືອງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ V (2020-2024), ຜ່ານ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກເມືອງຊຸດທີ XII, ຮັບຟັງການປກອບຄຳຄິດຄຳເຫັນຈາກຕ່າງໜ້າແຕ່ລະຂົງເຂດວຽກງານ, ຕົວແບບການຜະລິດກະສິກຳເປັນສິນຄ້າ ແລະ ອື່ນໆ ທີ່ສຳຄັນໃນກອງປະຊຸມຈະໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກ ເມືອງໄຊຊຸດທີ XIII, ປ່ອນບັດຄັດເລືອກເອົາຄະນະປະຈຳພັກເມືອງ, ເລືອກເອົາເລຂາ, ຮອງເລຂາພັກເມືອງ, ປ່ອນບັດຄັດ ເລືອກເອົາປະທານ, ຮອງປະທານກວດກາພັກຕື່ມອີກ.
ຂ່າວ ໄມພອນ
ມີເດຍລາວ ອຸດົມໄຊ