ຄະນະຜູ້ແທນລາວ ນຳໂດຍທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ເຈົ້າໜ້າທ່ີອາວຸໂສປະຊາຄົມວັດທະນະທຳ-ສັງຄົມອາຊຽນ ສປປ ລາວ ແລະ ວິຊາການທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 22 ແລະ ບັນດາກອງປະຊຸມປິ່ນອ້ອມ ໃນວັນທີ 2 ພະຈິກ 2019 ທີ່ບາງກອກ ປະເທດໄທ ພາຍໃຕ້ຫົວຂໍ້ “ຮ່ວມມື ຮ່ວມໃຈ ກ້າວໜ້າ ເພື່ອຄວາມຍືນຍົງ” (Advancing Partnership for Sustainability) ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ ອາວຸໂສ ແລະ ບັນດາຜູ້ແທນຈາກກະຊວງຮັບຜິດຊອບປະ ຊາຄົມວັດທະນະທຳ-ສັງຄົມອາຊຽນຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງຈັດຂຶ້ນ ໃນ
ໄລຍະດຽວກັນກັບກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 35. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ຈຸຕິ ໄກຣເຣີກ ລັດຖະມົນຕີກະຊວງພັດທະນາສັງ ຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຫ່ງ ຣາຊະອານາຈັກໄທ. ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆຢ່າງກວ້າງຂວາງ ແລະ ສ້າງສັນ ໃນນັ້ນ ໄດ້ພິຈາລະນາຮັບຮອງບັນດາ ເອກະສານສຳຄັນທີ່ຂະແໜງ ການກ່ຽວຂ້ອງໄດ້ຄົ້ນຄວ້າພິຈາລະນາຄົ້ນຄວ້າລະອຽດ ເພື່ອສະເໜີໃຫ້ຜູ້ນຳອາຊຽນຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 35 ໃນຕອນບ່າຍຂອງວັນດຽວກັນຄື:
1. ເພື່ອຮັບຮອງ (Adoption): ຖະແຫຼງການຮ່ວມອາຊຽນທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ຕໍ່ສົນທິສັນຍາສະຫະປະຊາຊາດ ດ້ານການປ່ຽນແປງດິນຟ້າອາກາດ ຄັ້ງທີ 25 (ASEAN Joint Statement on Climate Change to the 25th Conference of the Parties (COP-25) to the United Nations Framework Convention on Climate Change (UNFCCC));
ຖະແຫຼງການຮ່ວມອາຊຽນທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ຕໍ່ສົນທິສັນຍາສະຫະປະຊາຊາດ ດ້ານການປ່ຽນແປງດິນຟ້າອາກາດ ຄັ້ງທີ 25 (ASEAN Joint Statement on Climate Change to the 25th Conference of the Parties (COP-25) to the United Nations Framework Convention on Climate Change (UNFCCC));
ຖະແຫຼງການອາຊຽນ ວ່າດ້ວຍການປົກປ້ອງເດັກຈາກທຸກຮູບແບບ ໃນການລ່ວງລະເມີດ ແລະ ຂູດຮີດທາງເພດ ໂດຍຜ່ານສື່ອອນລາຍ (Declaration on the Protection of Children against All Forms of Online Exploitation and Abuse in ASEAN);
ຖະແຫຼງການອາຊຽນວ່າດ້ວຍສິດທິເດັກ ໃນການເຄື່ອນຍ້າຍຖິ່ນຖານ ASEAN Declaration on the Rights of Children in the Context of Migration;
ຖະແຫຼງການບາງກອກ ວ່າດ້ວຍການໃຫ້ຜູ້ຮ່ວມພັດທະນາຊຸກຍູ້ການສຶກສາແບບຍືນຍົງໃນອາຊຽນ ຕາມວາລະ 2030 (Bangkok Declaration on Advancing Partnership in Education for 2030 Agenda for Sustainable Development in ASEAN);
ຖະແຫຼງການຮ່ວມວ່າດ້ວຍການຢືນຢັນຄວາມໝາຍໝັ້ນ ໃນການກ້າວໄປສູ່ສິດທິເດັກໃນອາຊຽນ (Joint Statement on Reaffirmation of Commitment to Advancing the Rights of the Child in ASEAN);
ຖະແຫຼງການຜູ້ນຳອາຊຽນວ່າດ້ວຍຄວາມໝັ້ນຄົງ ແລະ ເຂັ້ມແຂງດ້ວຍຕົນເອງທາງດ້ານວັກແຊັງ (ASEAN Leaders› Declaration on ASEAN Vaccine Security and Self-Reliance).
2. ເພື່ອຮັບຊາບ (Notation): ບົດແນະນຳ ແລະ ລະບຽບການພາກພື້ນ ໃນການຕອບສະໜອງ ຕໍ່ຄວາມຕ້ອງການຂອງເຍື່ອການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກ ນ້ອຍ (Regional Guidelines and Procedures to Address the Needs of Victims of Trafficking in Person, Especially Women and Children);
ຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມການປົກຄອງທີ່ດີ ແລະ ການຍົກລະດັບພະ ນັກງານ ລັດຖະກອນ ໃນຍຸກເສດຖະກິດດີຈີຕອນ (ASEAN Statement on Promotion of Good Governance and Acceleration of an Agile Civil Service in a Digital Economy
ແຜນປະຕິບັດງານພາກພື້ນ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານການສຶກສາໃຫ້ແກ່ເດັກນ້ອຍ ແລະ ໄວໜຸ່ມນອກໂຮງຮຽນ (Regional Action Plan for the Implementation of the ASEAN Declaration on Strengthening Education for Out-of-School Children and Youth (OOSCY)).
ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີຍັງໄດ້ປະ ກອບຄຳເຫັນຕໍ່ກອງປະຊຸມຄັ້ງ ນີ້ວ່າ: ສປປ ລາວ ເຫັນດີ ແລະ ສະແດງຄວາມຊົມເຊີຍຕໍ່ປະ ເທດໄທ ໃນການເປັນປະທານອາຊຽນ ປີ 2019 ພາຍໃຕ້ຫົວ ຂໍ້: ”ຮ່ວມມື ຮ່ວມໃຈ ກ້າວໜ້າ ເພື່ອຄວາມຍືນຍົງ” ຊຶ່ງໃນນັ້ນ, ມີບັນດາເອກະສານທີ່ສໍາຄັນທີ່ ຈະສະເໜີໃຫ້ຜູ້ນໍາອາຊຽນພິຈາ ລະນາຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ທີ່ຈະຈັດຂຶ້ນໃນມໍ່ໆນີ້.
ທ່ານຍັງໄດ້ກ່າວຕື່ມອີກວ່າ: ສປປ ລາວ ຍາມໃດກໍເອົາໃຈໃສ່ປະຕິບັດໄປຕາມຍຸດ ທະສາດ ແລະ ທິດທາງຂອງອາຊຽນ ໂດຍສະເພາະ, ພັນທະ ແລະ ໜ້າທີ່ ໃນການເຮັດວຽກກັບບັນດາປະເທດສະມາຊິກອາຊຽນຮ່ວມກັນຢ່າງໃກ້ຊິດ, ປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພັດທະນາອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດວັດທະນະທໍາ-ສັງຄົມອາຊຽນ 2025. ໜຶ່ງໃນນັ້ນ, ສປປ ລາວ ຕີລາຄາສູງຕໍ່ການສ້າງຕັ້ງຄະນະກຳມະການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ ຊຶ່ງລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດກິດຈະກຳ ເພື່ອປູກຈິດສຳນຶກໃຫ້ແກ່ປະຊາຊົນກ່ຽວກັບການປົກປ້ອງສິດທິເດັກ, ການຄ້າມະນຸດ ແລະ ກົດຂີ່ຂູດຮີດເປັນຕົ້ນ:
1. ຈັດຕັ້ງກອງປະຊຸມປຶກສາ ຫາລືການຈັດຕັ້ງຜັນຂະຫຍາຍ ຂໍ້ສະເໜີແນະຂອງສະຫະປະ ຊາຊາດ ຕໍ່ບົດລາຍງານແຫ່ງ ຊາດປະຈຳໄລຍະທີ 3-6 ກ່ຽວ ກັບການຈັດຕັ້ງປະຕິບັດສົນທິ ສັນຍາວ່າດ້ວຍສິດທິເດັກ ແລະ ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 8-9 ກ່ຽວກັບການ ຈັດຕັ້ງປະຕິບັດສົນທິສັນຍາຊີດໍ (CEDAW) ກັບບັນດາຄູ່ຮ່ວມພັດທະນາ.
2. ກອງປະຊຸມຮ່ວມກັບພາກທຸລະກິດເອກະຊົນ ໃນໂອກາດວັນຄົບຮອບ 30 ປີ ແຫ່ງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ.
3. ຈັດຕັ້ງພິທີລົງນາມເອ ກະສານຄວາມໝາຍໝັ້ນຂອງ ບັນດາຮອງເຈົ້າແຂວງຕໍ່ການ ຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ ກາລະໂອກາດພັດທະນາທ່າ ແຮງຂອງເດັກລາວບັນດາເຜົ່າແຕ່ນີ້ ຮອດປີ 2030 ແລະ ການບັນລຸເປົ້າໝາຍພັດທະນາແບບຍືນຍົງ.
Medialaos Massmedia