ຮ່າງກາຍຈະສະສົມທາດແຄວຊຽມໃນໄວເດັກ ແລະ ຈະສະສົມແຄວຊຽມຫຼາຍທີ່ສຸດໃນຊ່ວງໄວໜຸ່ມ ຜູ້ຍິງມີແຄວຊຽມສູງເຖິງ 90% ໃນອາຍຸ 18 ປີ ໃນຂະນະທີ່ຜູ້ຊາຍມີແຄວຊຽມ 90% ໃນອາຍຸ 20 ປີ ຜູ້ຍິງ ແລະ ຜູ້ຊາຍມີປະລິມານແຄວຊຽມສູງໃນອາຍຸ 30 ເພາະຫຼັງຈາກອາຍຸ 30 ປີຂື້ນໄປ  ຮ່າງກາຍຈະບໍ່ສະສົມທາດແຄວຊຽມອີກຕໍ່ໄປ ນັ້ນ​ໝາຍ​ຄວາມ​ວ່າຖ້າອາຫານທີ່ທ່ານກິນບໍ່ມີແຄວຊຽມພຽງພໍມັນຈະເຮັດໃຫ້ກະດູກເລີ່ມຊຸດໂຊມ ຍິ່ງໄປກວ່ານັ້ນໃນລະຫວ່າງ 5-7 ປີຫຼັງຈາກໝົດປະຈໍາ ເດືອນ ແມ່ຍິງຈະສູນເສຍຄວາມໜາແໜ້ນຂອງກະດູກປະມານ 3-5% ຕໍ່ປີ ສູງເຖິງ 20% ຂອງກະດູກທັງໝົດ.

ການຂາດແຄວຊຽມ ບໍ່ພຽງແຕ່ຈະເຮັດໃຫ້ເກີດໂລກກະດູກຜ່ອຍ ແຕ່ຈະສົ່ງຜົນໃຫ້ເລືອດຢຸດໄຫຼ ເຮັດໃຫ້ກ້າມຊີ້ນກະຕຸ້ນ ສາມາດເຮັດໃຫ້ຫົວໃຈວາຍ ເປັນຕະຄິວ ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ແລະກໍ່ໃຫ້ເກີດການດູດຊືມແຮ່ທາດຕ່າງໆ ຜິດປົກກະຕິ.

ທາດແຄວຊຽມສຳລັບອາຍຸ 1-30 ປີ

ຖືວ່າເປັນໄວທີ່ໂຊກດີເພາະຮ່າງກາຍຍັງສາມາດສະສົມແຄວຊຽມຕັ້ງແຕ່ຍັງນ້ອຍຈົນເຖິງ 30 ປີ ໂດຍສະເພາະເດັກນ້ອຍທີ່ກິນທາດແຄວຊຽມເຂົ້າໄປ ເຊັ່ນ: ຈາກນົມ ຫຼື ອາຫານ ຮ່າງກາຍຈະເກັບຮັກສາທາດແຄວຊຽມໄວ້ກ່ອນ ຮ່າງກາຍຕ້ອງການໃຊ້ແຄວຊຽມເມື່ອໃດມັນກໍ່ສາມາດນຳອອກມາໃຊ້ ແລະ ຄ່ອຍໆ ສະສົມແຄວຊຽມເຂົ້າໄປໃໝ່ໂດຍການກິນອາຫານທີ່ມີແຄວຊຽມເຂົ້າໄປໃໝ່ ໃນອາຍຸ 1-30 ປີ ຮ່າງກາຍຕ້ອງການແຄວຊຽມ 800-1,000 ມິນລີກຣາມ.

ທາດແຄວຊຽມສຳລັບອາຍຸ 30 ປີຂຶ້ນໄປ

ຫຼັງຈາກອາຍຸ 30 ໜ້າເສຍດາຍທີ່ຮ່າງກາຍບໍ່ສາມາດເກັບຮັກສາທາດແຄວຊຽມໃນຮ່າງກາຍໄດ້ອີກຕໍ່ໄປ ໝາຍຄວາມວ່າຮ່າງກາຍຄວນໄດ້ຮັບທາດແຄວຊຽມພຽງພໍທຸກໆ ມື້ ເຊິ່ງຕ້ອງການ 1,000 ມິນລີກຣາມຕໍ່ມື້.

ທາດແຄວຊຽມສຳລັບອາຍຸປະມານ 50 ປີ

ເມື່ອມີອາຍຸປະມານ 50 ປີ ເຊິ່ງເອີ້ນວ່າໄວທອງ ຮ່າງກາຍຕ້ອງການແຄວຊຽມ 1,000 ມິນລີກຣາມຕໍ່ມື້ ຄົນໃນໄວນີ້ຄວນກວດເບິ່ງກະດູກເປັນປະຈຳ ແລະ ຍັງເປັນເວລາທີ່ຕ້ອງລະມັດລະວັງເຮັດກິດຈະກຳຕ່າງໆ ທີ່ອາດຈະມີຜົນກະທົບຢ່າງຮຸນແຮງ ເພາະວ່າຖ້າຮ່າງກາຍບໍ່ໄດ້ຮັບແຄວຊຽມພຽງພໍອາດເຮັດໃຫ້ກະດູກບໍ່ແຂງແຮງ ແລະ ເກີດການແຕກຫັກໄດ້ງ່າຍ.

ທາດແຄວຊຽມໃນໄລຍະ 50 ປີຂື້ນໄປ ແລະ ແມ່ຖືພາ ຫຼື ລ້ຽງລູກດ້ວຍນົມ.

ເມື່ອອາຍຸ 50 ປີຂື້ນໄປ ຄວນກິນແຄວຊຽມສູງເຖິງ 1,200 ມິນລີກຣາມຕໍ່ມື້ ເພື່ອເສີມສ້າງກະດູກໃຫ້ແຂງແຮງ ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນການປ້ອງກັນໂລກກະດູກຜ່ອຍ.

ໂລກກະດູກຜ່ອຍແມ່ນພາວະກະດູກອ່ອນແອລົງ ສົ່ງຜົນໃຫ້ເກີດກະດູກຫັກງ່າຍກວ່າປົກກະຕິ ເຖິງຈະມີຜົນກະທົບນ້ອຍໆ ກໍ່ອາດຈະເກີດກະດູກຫັກໄດ້ ມັນເປັນພະຍາດທີ່ເຮັດໃຫ້ເກີດຄວາມເຈັບປວດຫຼາຍ ແລະ ອາດຈະເປັນການບີບອັດເສັ້ນປະສາດ ເຊິ່ງຈະເຮັດໃຫ້ເກີດອາການເຈັບຫຼາຍ ສະນັ້ນທຸກເພດທຸກໄວຄວນເບິ່ງແຍງກະດູກໂດຍການກິນແຄວຊຽມໃຫ້ພຽງພໍເພື່ອຕອບສະໜອງຄວາມຕ້ອງການຂອງຮ່າງກາຍ ໂດຍສະເພາະຜູ້ທີ່ມີອາຍຸ 50 ປີຂື້ນໄປ ເຊິ່ງຕ້ອງການແຄວຊຽມຫຼາຍກ່ວາຄົນໃນເກນອາຍຸອື່ນໆ ແລະ ຮ່າງກາຍມີປະສິດທິພາບໜ້ອຍໃນການດູດຊືມທາດແຄວຊຽມ ສະນັ້ນຈໍາເປັນຕ້ອງເພີ່ມທາດແຄວຊຽມຢ່າງພຽງພໍໃຫ້ກັບຮ່າງກາຍ.

ນອກຈາກນັ້ນແມ່ຖືພາ ຫຼື ລ້ຽງລູກດ້ວຍນົມແມ່ ຄວນກິນທາດແຄວຊຽມ 1,200 ມິນລີກຣາມຕໍ່ມື້ເຊັ່ນກັນ ເພາະແມ່ນຊ່ວງໄລຍະເວລາທີ່ຮ່າງກາຍຕ້ອງການໃຊ້ທາດແຄວຊຽມຫຼາຍເພື່ອສ້າງນໍ້ານົມ.

ຫຼາຍຄົນອາດຈະຮູ້ “ແຄວຊຽມ” ເປັນສ່ວນປະກອບສຳຄັນຂອງກະດູກ ແລະ ແຂ້ວ ມີຄວາມຈຳເປັນຕ້ອງຮັກສາສະພາບປົກກະຕິຂອງກະດູກ ແລະ ແຂ້ວ ນອກຈາກຈະເປັນສານທີ່ຈຳເປັນຕໍ່ກະດູກ ແລະ ແຂ້ວແລ້ວ ທາດແຄວຊຽມຍັງມີຜົນປະໂຫຍດຫຼາຍຕໍ່ລະບົບອື່ນໆ ໃນຮ່າງກາຍເຊັ່ນ:

  • ສ່ວນປະກອບເຮັດໃຫ້ເລືອດແຂງເປັນປົກກະຕິ.
  • ສ່ວນປະກອບໃຫ້ຮ່າງກາຍໄດ້ຮັບພະລັງງານຈາກການເຜົາຜານອາຫານຕາມປົກກະຕິ.
  • ສ່ວນປະກອບການເຮັດວຽກປົກກະຕິຂອງກ້າມຊີ້ນ.
  • ສ່ວນປະກອບການເຮັດວຽກປົກກະຕິຂອງລະບົບປະສາດ.
  • ສ່ວນປະກອບການເຮັດວຽກຕາມປົກກະຕິຂອງເອນໄຊໃນລະບົບເຮັດໃຫ້ອາຫານອ່ອນລົງ.

ສານທີ່ຊ່ວຍເພີ່ມປະສິດທິພາບໃນການດູດແຄວຊຽມໄດ້ດີ ແມ່ນການກິນແຄວຊຽມເພາະສາມາດດູດຊຶມໄດ້ດີຫຼາຍ ແລະ ຕ້ອງກິນພ້ອມກັບ “Boron”

ສານທີ່ຊ່ວຍຫຼຸດການດູດຊຶມທາດແຄວຊຽມ ມີດັ່ງນີ້:

  • ເຫຼົ້າຈະຂັດຂວາງການດູດຂອງແຄວຊຽມ ຫຼຸດຜ່ອນການກະຕຸ້ນຂອງວິຕາມິນ D ໃນຕັບ ແລະ ເລັ່ງການຂັບຖ່າຍທາດແຄວຊຽມຜ່ານທາງທໍ່ຍ່ຽວ.
  • ກາເຟ ເພາະເຄື່ອງດື່ມທີ່ມີຄາເຟອີນຈະຂັບໄລ່ທາດແຄວຊຽມອອກຈາກກະແສເລືອດ ພຽງແຕ່ກາເຟ 1 ຈອກຈະສົ່ງຜົນໃຫ້ແຄວຊຽມ 2-3 ມິນລີກຼາມ.
  • ນໍ້າອັດລົມ ແມ່ນເຄື່ອງດື່ມທີ່ມີກາກບອນມີສ່ວນປະກອບຂອງກົດຟົດສະຟໍຣັດ ແລະ ກົດຄາໂບໄຮເດຣດທີ່ເຮັດໃຫ້ເກີດຟອງ ເຮັດໃຫ້ເລືອດເປັນກົດ ແລະ ສົ່ງຜົນໃຫ້ຮ່າງກາຍສູນເສຍແຄວຊຽມໃນທີ່ສຸດ.
  • ອາຫານລົດເຄັມ ເພາະຈະເຮັດໃຫ້ຮ່າງກາຍເລີ່ມກຳຈັດເກືອອອກທາງທໍ່ຍ່ຽວ ເຊິ່ງເປັນການຂັບໄລ່ແຄວຊຽມອອກຈາກຮ່າງກາຍ.
  • ພືດທີ່ມີສານ phytates ຈະຂັດຂວາງການດູດຊຶມຂອງແຄວຊຽມ ເພາະສະນັ້ນບໍ່ຄວນບໍລິໂພກແຄວຊຽມພ້ອມກັບອາຫານທີ່ມີທາດ phytates ສູງ.
  • ອາຫານທີ່ມີ phosphorus ສູງເປັນຕົ້ນແມ່ນຕັບ ເພາະວ່າເວລາໃດທີ່ຮ່າງກາຍຕ້ອງການຄວາມສົມດຸນຂອງ phosphorus ກໍ່ຈະຂັບໄລ່ແຄວຊຽມອອກ.