ບັນຫາເງິນເຟີ້ຢູ່ປະເທດເຮົາ ແມ່ນປະກົດໃຫ້ເຫັນຕະຫຼອດມາ ແລະ ມີລະດັບສູງຕ່ຳທີ່ແຕກຕ່າງກັນໄປໃນແຕ່ລະໄລຍະ, ເຊິ່ງປັດຈຸບັນນີ້ ເຫັນວ່າອັດຕາເງິນເຟີ້ ແມ່ນໄດ້ຖີບຕົວຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ຍ້ອນເງິນໝູນວຽນໃນລະບົບເສດຖະກິດມີຫຼາຍຂຶ້ນ, ລາຄາສິນຄ້າ ແລະ ຄ່າບໍລິການແພງຂຶ້ນບວກກັບການອ່ອນຄ່າຂອງເງິນກີບ ແລະ ຜົນກະທົບຈາກພະຍາດລະບາດຕາມລະດູການ; ເຊິ່ງສາເຫດເຫຼົ່ານີ້ ມັນໄດ້ເລັ່ງທວງໃຫ້ລັດຖະບານຕ້ອງສຸມໃສ່ແກ້ໄຂໃຫ້ກັບມາສູ່ສະພາບປົກກະຕິ; ຖ້າບໍ່ດັ່ງນັ້ນ, ຄ່າຄອງຊີບຢູ່ລາວກໍຈະແພງຂຶ້ນ ແລະ ຈະມີກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນະຄານ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 24 ມິຖຸນາ 2020 ຜ່ານມານີ້: ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍມາຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ຄ່າເງິນໂດລາ ແລະ ຄ່າເງິນບາດແຂງຄ່າຂຶ້ນຢ່າງຕໍ່ເນື່ອງໃນຕະຫຼາດສາກົນ; ໃນຂະນະທີ່ພື້ນຖານເສດຖະກິດຂອງລາວ ຍັງອາໄສການນຳເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດໃນລະດັບສູງ ແລະ ພັນທະໃນການຊຳລະໜີ້ສິນຕໍ່ຕ່າງປະເທດສືບຕໍ່ເພິ່ມຂຶ້ນ ແຕ່ລາຍຮັບທີ່ເປັນເງິນຕາຕ່າງປະເທດພັດຫຼຸດລົງ.

ສະເພາະ 6 ເດືອນຕົ້ນປີ 2020 ຈາກສະພາບການລະບາດຂອງພະຍາດໂຄວິດ -19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດສັງຄົມໃນທົ່ວໂລກນັ້ນ ໄດ້ມີສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຂື້ນຕື່ມອີກ. ສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ ລາຄາຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນ ຢູ່ໃນຕະຫຼາດສາກົນມີຄວາມຜັນແປຢ່າງແຮງເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມໃສ່ທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົ້ນທຶນແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ.

ສະພາບດັ່ງກ່າວ ໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ. ເມື່ອທຽບກັບສະພາບການອ່ອນຄ່າຂອງເງິນກີບ ກັບ ເງິນສະຫະລັດ ແລະ ທຽບກັບເງິນບາດແລ້ວ, ພາຍໃຕ້ເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ຍັງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດສ່ວນໃຫຍ່ຈາກປະເທດເພື່ອນບ້ານ ແນ່ນອນວ່າຕົ້ນທຶນໃນການຳເຂົ້າສິນຄ້າເຫຼົ່ານັ້ນ ຍ່ອມໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້ໃນອະນາຄົດ. ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນນີ້ການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍທີ່ສົ່ງຜົນກະທົບຕໍ່ລະດັບລາຄາກໍຄືອັດຕາເງິນເຟີ້ໃນລາວ.

ສຳລັບສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ເພິ່ມຂື້ນແຮງຍ້ອນການເພິ່ມຂື້ນສູງຫຼາຍຂອງດັດສະນີລາຄາໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ທີ່ເປັນຜົນສະທ້ອນຈາກການເພິ່ມຂຶ້ນຂອງລາຄາ ຊິ້ນ, ເຂົ້າສານ, ປາ, ຜົນກະທົບຈາກໄພນ້ຳຖ້ວມໃນໄລຍະກ່ອນໜ້ານີ້, ໂລກລະບາດໃນສັດເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການທີ່ຢູ່ໃນລະດັບສູງ ໂດຍສະເພາະໃນໄລຍະບຸນປີໃໝ່ຂອງຄົນຈີນ-ຄົນຫວຽດ.

ອັດຕາເງິນເຟີ້ຂອງລາວ ຍັງມີຜົນມາຈາກປັດໄຈດ້ານຈິດຕະສາດທີ່ມີຜົນມາຈາກສະພາບຄວາມກັງວົນຕໍ່ສະພາບການລະບາດຂອງພະຍາດໂຄວິດ -19 ຄວາມກັງວົນຕໍ່ໄລຍະເວລາໃນການປິດປະເທດ, ຄວາມບໍ່ເຊື່ອໝັ້ນຕໍ່ພື້ນຖານຜະລິດຂອງປະເທດ ແລະ ອື່ນໆ ທີ່ພາໃຫ້ເກີດປະກົດການກັກຕຸນສິນຄ້າອຸປະໂພກ-ບໍລິໂພກ ສົ່ງຜົນກະທົບໃຫ້ສິນຄ້າບາງປະເພດຂາດຕະຫຼາດ ແລະ ມີລາຄາສູງຂຶ້ນຢ່າງກ້າວກະໂດດ ສົ່ງຜົນໃຫ້ດັດສະນີລາຄາສິນຄ້າໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນສູງສະເລ່ຍກາຍ 10% ເປັນຕົ້ນແມ່ນ: ລາຄາເຂົ້າສານ ເພີ່ມຂື້ນ 20 %, ຊິ້ນໝູເພີ່ມຂຶ້ນ 19%, ສັດປີກເພີ່ມຂຶ້ນເກືອບ 12%, ພ້ອມທັງຍັງສົ່ງຜົນໃຫ້ດັດສະນີລາຄາໃນໝວດເຄື່ອງໃຊ້ໃນເຮືອນ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດຮັກສາສຸຂະພາບ ແລະ ຢາ ໄດ້ເພີ່ມຂຶ້ນສະເລ່ຍ 4,79%, 4,66%, 4,24% ຕາມລຳດັບ.

ເພື່ອແກ້ໄຂບັນຫາດັ່ງກ່າວນີ້, ທະນະຄານແຫ່ງ ສປປ ລາວ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນໃຫ້ໄດ້ຕາມແຜນທີ່ກຳນົດໄວ້, ຈະຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດດ້ວຍການສະໜອງແຫຼ່ງທຶນຜ່ານທະນະຄານທຸລະກິດ ເພື່ອປ່ອຍກູ້ໃຫ້ບຸກຄົນ-ນິນິບຸກຄົນ ທີ່ເຮັດແທ້ທຳຈິງ ໃຫ້ສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນຕ່ຳໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທຳ ໂດຍສະເພາະແມ່ນ: ການປູກຝັງ, ລ້າງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ-ອຸດສາຫະກຳ, ຜະລິດສິນຄ້າ ອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ, ຫັດຖະກຳ ແລະ ທຸລະກິດອື່ນໆທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ; ພ້ອມດຽວກັນນີ້, ເພື່ອເຮັດໃຫ້ນະໂຍບາຍເງິນຕາ ແລະ ນະໂຍບາຍການເງິນມີຄວາມກົມກຽວສອດຄ່ອງກັບກົນໄກຕະຫຼາດ, ທະນາຄານ ແຫ່ງ ສປປ ລາວ ຈະປະສານສົມທົບກັບກະຊວງການເງິນ ເພື່ອອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານ ແຫ່ງ ສປປ ລາວ ເພື່ອດຸ່ນດ່ຽງງົບປະມານ ເຊິ່ງກົນໄກດັ່ງກ່າວນີ້ຈະສາມາດຫຼຸດຜ່ອນຜົນກະທົບຄວາມກົດດັນຕໍ່ຄວາມສ່ຽງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ທີ່ຈະເພີ່ມສູງຂຶ້ນນັ້ນໄດ້.

Medialaos MMD(ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປ້ອງກັນຄວາມສະຫງົບ)