ໃກ້ຈະຮອດວັນສຳຄັນຂອງຜູ້ມີອາຊີບເປັນນັກຂ່າວ-ນັກສື່ສານມວນຊົນ ກໍ່ຄືຜູ້ຢູ່ໃນວົງການສື່ມວນຊົນທັງຫຼາຍກໍ່ພາກັນພົບປະແລກປ່ຽນຄຳເຫັນເພື່ອພ້ອມກັນເບີ່ງຄືນວ່າຜ່ານມາເປັນແນວໃດ? ແລະ ໃນຕໍ່ໜ້າຈະເຮັດຢ່າງໃດ? ໃນນີ້ຫຼາຍຄົນກໍ່ຕັ້ງບັນຫາຂື້ນກ່ຽວກັບວຽກງານບັນນາທິການ ເພາະສັງຄົມສ່ອງແສງສະແດງຄວາມເປັນຫ່ວງໃນຖານະວຽກງານບັນນາທິການແມ່ນພໍ່ຄົວ-ແມ່ຄົວໃຫຍ່ໃນການປຸງແຕ່ງລົດຊາດເນື້ອໃນອອກສູ່ສັງຄົມ.

ຜ່ານມາບັນນາທິການສຳນັກສື່ຕ່າງໆ ພວກເພີ່ນກໍ່ເຮັດວຽກຫາມວັນຫາມຄືນ; ມີຜົນງານໂດດເດັ່ນໜ້າສັນລະເສີນຍ້ອງຍໍ ເຊີ່ງຫຼ້າສຸດແມ່ນໃນການຕ້ານການລະບາດພະຍາດຮ້າຍກາດ Covid-19; ສື່ປະ ເພດຕ່າງໆ ໄດ້ສຸມໃສ່ໂຄສະນາ; ສ່ອງແສງຮອບດ້ານ ຄຳສັ່ງຂັ້ນເທີງກໍ່ຄືຄະນະສະເພາະກິດວາງອອກ; ທັງສ່ອງແສງການປີ່ນປົວຂອງແພດໝໍ; ຍ້ອນວ່າວັນທີ 13 ສິງຫາ 2020 ນີ້ເປັນວັນຄົບຮອບ 70 ປີ ກໍ່ເລີຍຍົກບັນຫາບັນນາທິການມາແລກປ່ຽນກັນນໍ? ຕັ້ງບັນຫານີ້ຂື້ນມາບໍ່ແມ່ນອວດສະຫຼາດເນີ! ພຽງແຕ່ເຫັນບັນ ຫາສື່ມວນຊົນພວກເຮົາໃນມໍ່ໆມານີ້ມີຂໍ້ບົກຜ່ອງຍ້ອນຄວາມບໍ່ຊັດເຈນໃນຂໍ້ມູນເລີຍພາໃຫ້ສັງຄົມຕັ້ງບັນຫາ.? ແລະ ຍອມຮັບວ່າມີຄົນບໍ່ດີນໍາເອົາເນື້ອໃນໄປຂະຫຍາຍໃນທາງກົງກັນຂ້າມເລີຍກາຍເປັນດ້ານລົບຕໍ່ປະເທດຊາດ ແລະ ການຈັດຕັ້ງ.

ໃນກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ເລກທີ 019/ສມຊ ລົງວັນທີ 04/11/2016… ໃນມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ, ໄດ້ອະທິບາຍວ່າ: ບັນນາທິການໝາຍເຖີງຜູ້ກວດແກ້; ກວດຜ່ານເນື້ອໃນ ແລະ ຮູບແບບຂອງບົດ, ຂ່າວ ແລະ ລາຍການຂອງສື່ມວນຊົນຕ່າງ…

ຈາກປະສົບການຕົວຈີງໃນວຽກງານບັນນາທິການ ແລະ ຜ່ານການຄົ້ນຄ້ວາຈາກປື້ມ ແລະ ເອກະ ສານຕ່າງໆ ກໍ່ຄືແນວທາງຂອງພັກ-ລັດຜູ້ຂຽນເຫັນວ່າໃນວຽກງານບັນນາທິການນີ້ພວກເຮົາຄວນກໍາໄດ້ບາງ ບັນຫາດັ່ງນີ້:

ນັກບັນນາທິການຕ້ອງເຂົ້າໃຈຜູ້ອ່ານຜ່ານມາພວກເຮົາຍັງບໍ່ທັນຮັບຮູ້ຜະລິດຕະພັນສື່ມວນຊົນ ແມ່ນສິນຄ້າ; ແຕ່ໃນເວລາພວກເຮົາດຳເນີນກົນໄກຕະຫຼາດນັ້ນ ມັນມີຄວາມຈຳເປັນຕ້ອງຖືວ່າມັນເປັນສິນຄ້າ… ເພາະວ່າສື່ມວນຊົນຈະເປັນພາລະໃຫ້ງົບປະມານຂອງລັດ ແບກຫາບຕໍ່ໄປບໍ່ໄດ້ ຕ້ອງກ້າວສູ່ກຸ້ມຕົນເອງສ້າງລາຍຮັບດ້ວຍຕົນເອງ… ຢາກເຮັດໄດ້ແນວນັ້ນຜະລິດຕະພັນຕ້ອງເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານ.

ນັກບັນນາທິການເປັນຜູ້ມີບົດບາດສຳຄັນ ເພາະເປັນຜູ້ຕັດສິນເນື້ອໃນທັງໝົດຂອງສື່ມວນຊົນ ກ່ອນທີ່ຈະເຂົ້າໂຮງພິມ, ກະຈາຍສຽງ ຫຼື ກະຈາຍພາບ; ຜູ້ອ່ານແມ່ນຜູ້ບໍລິໂພກສື່ ສະນັ້ນນັກບັນນາທິການຕ້ອງກຳໄດ້ວ່າຜູ້ບໍລິໂພກສື່ຂອງຕົນແມ່ນໃຜ? ຜູ້ບໍລິໂພກຕົ້ນຕໍ (ເປົ້າໝາຍ) ແລະ ຜູ້ບໍລິໂພກທາງອ້ອມ. ເວົ້າໃຫ້ເຂົ້າໃຈງ່າຍກໍ່ແມ່ນວ່ານັກບັນນາທິການ ຕ້ອງເປັນການຕະຫຼາດເພາະວ່າໃນຍຸກຂໍ້ມູນຂ່າວສານການແຂ່ງຂັນກັນໃນວົງການສື່ມວນຊົນ ກໍ່ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງກົດໝາຍວ່າດ້ວຍສື່ມວນຊົນ.

ກຳແໜ້ນແຫຼ່ງຂ່າວແມ່ນກຳຫັຍງ? ນັກບັນນາທິການຕ້ອງຮູ້ວ່າແຫຼ່ງຂ່າວທີ່ນັກຂ່າວນໍາມາຂຽນນັ້ນມາຈາກໃສ? ມີຄວາມຊັດເຈນບໍ່? ຕົວຢ່າງ: ນັກຂ່າວຂຽນເລື່ອງການຜະລິດນາແຊງ… ຜູ້ເປັນບັນນາທິການ ກໍ່ຕ້ອງມີເພື່ອນຮ່ວມງານ ຈາກກະຊວງກະສິກຳ-ປ່າໄມ້ ເປັນຜູ້ສະໜອງແຫຼ່ງຂໍ້ມູນທີ່ຊັດເຈນໃຫ້.

ໝາຍຄວາມວ່ານັກບັນນາທິການຕ້ອງເປັນຜູ້ຮອບຮູ້; ມີເພື່ອນຮ່ວມງານກວ້າງຂວາງ ຮູ້ທັງນັກວິຊາ ການ; ຮູ້ທັງນັກການເມືອງ; ຮູ້ນັກທຸລະກິດ; ຮູ້ຄົນໃນວົງການສິນລະປະບັນເທີງ…

ສີ່ງຕັດສິນແມ່ນນັກບັນນາທິການຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ; ຮູ້ກົດໝາຍລະ ບຽບການທີ່ກ່ຽວຂ້ອງໃນບັນຫາຕ່າງໆ ຢ່າງຊັດເຈນ ລວມໄປເຖີງນະໂຍບາຍການຕ່າງປະເທດ ເພາະມັນຊ່ວຍໃຫ້ການອອກຂ່າວ ຫຼື ສະແດງທັດສະນະຕໍ່ບັນຫາສາກົນທີ່ເກີດຂື້ນໃນໂລກໄດ້ຢ່າງຖືກຕ້ອງເໝາະສົມ.

ການໃຊ້ສຳນວນພາສາຄ່ອງແຄ້ວແມ່ນເຮັດແນວໃດ? ພວກເຮົາຕ່າງກໍ່ຮູ້ດີວ່າວຽກບັນນາທິການແມ່ນຂະບວນການນຳເອົາແນວຄິດ, ຈຸດປະສົງດ້ານການເມືອງ, ວັດທະນະທຳ, ວິທະຍາສາດທີ່ມີລັກສະນະ ສ່ວນຕົວຂອງຜູ້ຂຽນມາຮັບໃຊ້ຜົນປະໂຫຍດສ່ວນລວມ ສະນັ້ນການໃຊ້ພາສາ ຫຼື ສໍານວນວັນນະຄະດີແມ່ນສຸດທີ່ສຳຄັນເພາະມັນຊ່ວຍໃຫ້ຜູ້ອ່ານຊື່ນຊົມ; ພໍອົກພໍໃຈ; ບໍ່ເຄັ່ງຕືງເວລາອ່ານຂ່າວ ຫຼື ບົດດັ່ງກ່າວ.

ນັກບັນນາທິການທີ່ດີທີ່ເກັ່ງຈະຮູ້ນຳໃຊ້ຄຳສຸພາສິດ; ຄຳພັງເພີຍ; ຄຳໂຕງໂຕຍ; ຄໍາເວົ້າຂອງທ່ານຜູ້ນຳມາປຽບທຽບ; ມາບັນຈຸເຂົ້າໃນປະໂຫຍກ ເພື່ອໃຫ້ບົດ-ຂ່າວນັ້ນຄົມແຫຼມ ແລະ ດຶງດູດຜູ້ອ່ານ.

ຢາກສະຫຼຸບວ່າ: ນັກບັນນາທິການຕ້ອງແມ່ນຜູ້ຮູ້ວຽກກ່ຽວກັບຜູ້ບໍລິໂພກສື່ມວນຊົນ ເຊີ່ງໃນປື້ມ “PR ພາຫະນະສົ່ງເສີມສື່ມວນຊົນ” ຂຽນໂດຍ ຮສ.ດຣ ໂດທິຖູຮັງ – ສະຖາບັນສື່ມວນຊົນ ແລະ ໂຄສະນາ ຂອງ ສສ ຫວຽດນາມ; ພາສາຫວຽດນາມ; ພິມປີ 2010 ໄດ້ເວົ້າເຖີງຂົງເຂດພື້ນຖານ PR ຂອງສື່ມວນຊົນ ໄວ້ບາງຈຸດດັ່ງນີ້: ຕ້ອງຊອກຮູ້ຜູ້ບໍລິໂພກ, ຕ້ອງຮູ້ວາງແຜນ, ສ້າງລາຍການ, ຈັດຕັ້ງປະຕິບັດ, ຮູ້ຄຸ້ມຄອງວຽກງານສື່ຢູ່ພາຍໃນ ແລະ ພາຍນອກ, ສ້າງຫໍສະໝຸດ, ສ້າງຫ້ອງເກັບກຳຂໍ້ມູນ, ພົວພັນຮ່ວມມືໃນວົງການສື່ມວນຊົນ ແລະ ຖັນແຖວນັກຂີດ-ນັກຂຽນ, ເປັນທີ່ປຶກສາໃນຍຸດທະສາດໃດໜື່ງຂອງວຽກງານສື່, ຮູ້ຄຸ້ມຄອງທີ່ຕັ້ງພາລະບົດບາດຂອງຕົນ ແລະ ຮູ້ຮັກສາບົດບາດຊື່ສຽງສື່ຂອງຕົນ, ຄຸ້ມຄອງບໍ່ໃຫ້ເກີດພາວະວິກິດການແກ່ສື່ຂອງຕົນ.

(ໝາຍເຫດ: PR Public Relations ຂໍອະນຸຍາດແປວ່າຜູ້ບໍລິໂພກສື່ມວນຊົນ ແທນທີ່ຈະແປວ່າຜູ້ເຮັດວຽກປະຊາສຳພັນ).

ບ.ກ