ໃນວັນທີ 4 ກັນຍາ 2019 ຊາວໜຸ່ມອາສາສະໝັກປ້ອງກັນ-ຟື້ນຟູໄພພິບັດຂັ້ນເມືອງເຮັດອະນາໄມຂົວ ນຳໂດຍສະຫາຍ ໂພໄຊ ຈັນທະວີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງບາຈຽງຈະເລີນສຸດ ພ້ອມຊາວໜຸ່ມອາສາສະໝັກແຕ່ລະໜ່ວຍຫ້ອງການອ້ອມຂ້າງຈຳນວນ 54 ສະຫາຍ ໄດ້ພາກັນກວດ-ຊ້ວນຂີ້ຕົມແລະເກັບຂີ້ເຫຍື່ອທີ່ຕິດຄ້າງຢູ່ຂົວເຫຼັກເສັ້ນທາງເລກທີ20ຫ້ວຍຈຳປີຈຸດບ້ານໝອງກອກແລະຂົວຫ້ວຍປາຫຼາຍຈຸດບ້ານແກ້ງຍາວ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປມາຂອງພໍ່ແມ່ປະຊາຊົນ