ສະພາບນ້ຳຖ້ວມຢູ່ແຂວງສາລະວັນ ໃນວັນທີ 5 ກັນຍາ 2019 ເຫັນວ່າລະດັບນ້ຳໃນເຂດເທ ສະບານເມືອງ ແລະ ແຂວງສາລະວັນ ແມ່ນໄດ້ເລີ່ມບົກລົງແຕ່ຕອນແລງໃນວັນທີ 4 ກັນ ຍາ, ເສັ້ນທາງຫລາຍເສັ້ນສາມາດສັນຈອນໄດ້ຕາມປົກກະຕິ, ຍົກເວັ້ນໃນບາງເຂດ ໂດຍສະ ເພາະແມ່ນ ຈຸດຕະຫລາດສາລະວັນ, ຈຸດບ້ານວັດກາງ ແຕ່ເສັ້ນທາງ ຫ້ອງວ່າການ ປົກຄອງ ແຂວງ ຫາ ເຮືອນຮັບແຂກຂອງແຂວງ, ຈຸດບ້ານໂພນແກ້ວ, ນາເຫລັກ, ໂພນບົກ ແລະ ຈຸດອື່ນໆທີ່ຢູ່ພື້ນທີ່ຕ່ຳຍັງບໍ່ສາມາດນຳໃຊ້ພາຫະນະປະເພດລົດໄດ້ ເພາະຍັງມີນ້ຳຖ້ວມຂັງ ໃນລະດັບທີ່ສູງສົມຄວນ. ປັດຈຸບັນນີ້, ເຈົ້າໜ້າທີ່ ພວມເຝົ້າລະວັງ ແລະ ຕິດຕາມ ສະຖານະ ການດັ່ງກ່າວ ຕະຫລອດ 24 ຊົ່ວໂມງ.
ຂະນະທີ່ຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ ລະດັບນ້ຳຍັງໄດ້ຖ້ວມສູງຂຶ້ນເລື້ອຍໆ ເຮັດໃຫ້ ເສັ້ນທາງ ເລກທີ 13 ໃຕ້ ແຕ່ທະນາຄານພັດທະນາລາວໜ່ວຍບໍລິການເມືອງຄົງເຊໂດນ ຫາ ບ້ານຫ້ວຍເຊົາ ຍັງບໍ່ສາມາດສັນຈອນໄດ້. ມາຮອດປັດຈຸບັນນີ້ ເຈົ້າໜ້າທີ່, ອາສາໜ່ວຍກູ້ ໄພ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໄດ້ພ້ອມກັນຊ່ວຍເຫລືອປະຊາຊົນ ທີ່ ຢູ່ເຂດປະສົບໄພນ້ຳຖ້ວມເຂົ້າມາຢູ່ເຂດປອດໄພ, ເຊິ່ງອຳນາດການປົກຄອງເມືອງໄດ້ປະ ກອບສ່ວນຊ່ວຍເຫລືອເຂົ້າສານ-ອາຫານແຫ້ງ, ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງທີ່ ຈຳເປັນເພື່ອແຈກຢາຍ ໃຫ້ຜູ້ປະສົບໄພນ້ຳຖ້ວມ. ສ່ວນຂໍ້ມູນຄວາມເສຍຫາຍ ແມ່ນຍັງບໍ່ສາ ມາດປະເມີນໄດ້.
ສ່ວນພໍ່ແມ່ປະຊາຊົນ, ບັນດາພະນັກງານໃນຂອບເຂດບ້ານເທສະບານແຂວງເຂດທີ່ມີນ້ຳ ບົກແຫ້ງ ແມ່ນໄດ້ເຂົ້າເກັບມ້ຽນວັດຖຸສິ່ງຂອງ ແລະ ລ້າງເຮືອນຊານ, ສຳນັກງານຫ້ອງການ ຕ່າງໆ, ຫ້າງຮ້ານ ແລະ ອື່ນໆຈຳນວນໜຶ່ງ. ນອກຈາກນັ້ນ, ຄະນະກຳມະການ ຄວບຄຸ້ມໄພພິ ບັດຂັ້ນແຂວງ ໄດ້ປຸກລະດົມທຸກພາກສ່ວນໃນສັງຄົມເຂົ້າມາມີສ່ວນຮ່ວມ ໃນການຊ່ວຍ ເຫຼືອແບ່ງເບົາບັນເທົາທຸກຜູ້ປະສົບໄພນ້ຳຖ້ວມ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ສືບຕໍ່ ເກັບກຳ ຂໍ້ມູນ ຜົນເສຍຫາຍ ທີ່ເກີດຂຶ້ນໃນຄັ້ງນີ້ ແລະ ຕິດຕາມບັນຫາພະຍາດທີ່ອາດຈະລະບາດ ຫລັງນ້ຳຖ້ວມ.
ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ